ເກີດເຫດໄຟໄໝ້ຕຶກອາຄານ ທີ່ປະເທດອິນເດຍ

0
1008

ເກີດເຫດໄຟໄໝ້ອາຄານສູງ 4 ຊັ້ນ ທີ່ນະຄອນຫຼວງ ນິວແດນລີ ປະເທດອິນເດຍ, ເປັນອາຄານຂອງບໍລິສັດ ຜະລິດກ້ອງວົງຈອນປິດ ມີພະນັກງານປະມານ 75 ຄົນ ໃນອາຄານຂະນະທີ່ໄຟໄໝ້ ເຮັດໃຫ້ມີຜູ້ເສຍຊີວິດສູງເຖິງ 27 ຄົນ ແລະ ບາດເຈັບອີກ 40 ກວ່າຄົນ.

ນາຍົກລັດຖະມົນຕີອິນເດຍ ທ່ານ ນາເຣນ ທຣາໂມດີ ຖະແຖງເຖິງຄວາມເສຍໃຈຕໍ່ຍາດພີ່ນ້ອງ ຂອງຜູ້ເສຍຊີວິດ ພ້ອມທັງໃຫ້ສັນຍາວ່າຈະມອບເງິນຊົດເຊີຍປະມານ 200.000 ຣູປີ ໃຫ້ກັບຍາດພີ່ນ້ອງຂອງຜູ້ເສນຊີວິດ. ຂະນະນີ້ ເຈົ້າໜ້າທີ່ຕຳຫຼວດ ຈັບຜູ້ຕ້ອງສົງໃສ 2 ຄົນໃນຖານລະເມີດລະບຽບການ ດ້ານຄວາມປອດໄພ ຈາກເຫດໄຟໄໝ້ອາຄານນີ້.

ແຫຼ່ງຂ່າວຈາກ ຣອຍເຕີ