ໂຮງໝໍຂອງໄທໄດ້ເປີດໃຫ້ປະຊາຊົນສັ່ງຈອງວັກຊີນ Moderna ຜ່ານທາງເວັບໄຊ້ Shopee

ໃນອາທິດນີ້ Reuters ໄດ້ລາຍງານວ່າທາງໂຮງໝໍຂອງປະເທດໄທໄດ້ເປີດໃຫ້ມີການສັ່ງຈອງວັກຊີນປ້ອງກັນໂຄວິດ-19 ຍີ່ຫໍ້Moderna ຜ່ານທາງເວັບໄຊ້ຂາຍເຄື່ອງອອນລາຍ Shopee ແລະ ຖືກຈອງໝົດພາຍໃນເວລາພຽງບໍ່ດົນ.

ດ້ວຍສະຖານະການການລະບາດຂອງໂຄວິດ-19 ໃນປະເທດໄທຍັງຢູ່ໃນລະດັບສູງ ແລະ ປະຊາຊົນຍັງມີຄວາມກັງວົນຕໍ່ກັບວັກຊີນທີ່ທາງລັດຖະບານຈັດຫາມາໃຫ້, ດັ່ງນັ້ນຈຶ່ງເຮັດໃຫ້ບັນດາປະຊາຊົນພາຍໃນປະເທດເກີດຄວາມຕ້ອງການວັກຊີນທີ່ຜະລິດດ້ວຍວິທີmRNA ຫຼາຍຂື້ນ ເພາະເປັນວັກຊີນທີ່ປ້ອງກັນໂຄວິດ-19 ທີ່ກາຍພັນໄດ້ໃນລະດັບດີ.

ທາງດ້ານເວັບໄຊ້ Shopee ໄດ້ບອກວ່າການສັ່ງຊື້ວັກຊີນແມ່ນຖືກຂາຍໝົດພາຍໃນບໍ່ເວລາພຽງບໍ່ດົນ ແລະ ພົບວ່າໂຮງໝໍພະຍາໄທທີ່ເປັນໂຮງໝໍໃນການເປີດການສັ່ງຈອງວັກຊີນສາມາດດຶງດູດຄົນເຂົ້າເວັບໄຊ້ໄດ້ເຖິງ 2.6 ລ້ານຄົນ ແລະ ລາຄາທີ່ສະເໜີຂາຍໃຫ້ກັບຜູ້ທີ່ສັ່ງຈອງແມ່ນ 1,650 ບາດ ຫຼື ປະມານ 561,000 ກີບຕໍ່ໜຶ່ງເຂັມ.

ໃນປັດຈຸບັນຄວາມຕ້ອງການວັກຊີນ Moderna ຂອງປະຊົນຊົນມີເພີ່ມສູງຂຶ້ນສາເຫດເນື່ອງມາຈາກທາງກະຊວງສາທາລະນະສຸກຂອງໄທໄດ້ພິຈາລະນາທີ່ຈະສັກວັກຊີນຊະນິດ mRAN ເພື່ອເປັນວັກຊີນຊະນິດບູສເຕີໃຫ້ກັບບຸກຄະລາກອນທາງການແພດທີ່ໄດ້ຮັບວັກຊີນ Sinovac ຄົບສອງເຂັມແລ້ວ ດ້ວຍເຫດນີ້ຈຶ່ງເຮັດໃຫ້ປະຊາຊົນບໍ່ໝັ້ນໃຈໃນວັກຊີນ Sinovac ທີ່ລັດຖະບານຈັດຫາມາໃຫ້.