ກອງທັບເຮືອຂອງອາເມລິກາໃຊ້ໂດຣນ (Drone) ເພື່ອເຕີມນໍ້າມັນເຄື່ອງບິນກາງອາກາດ !!

ກອງທັບເຮືອຂອງສະຫະລັດອາເມລິກາລາຍງານວ່າ: ທາງກອງທັບໄດ້ໃຊ້ໂດຣນເພື່ອເຕີມນໍ້າມັນໃຫ້ກັບເຄື່ອງບິນຢູ່ກາງອາກາດເປັນຄັ້ງທໍາອິດ ໂດຍເຄື່ອງບິນທີ່ບໍ່ມີຄົນຂັບ ຫຼື ໂດຣນ MQ-25 Stingray ທີ່ພັດທະນາຂື້ນເພື່ອເຕີມນໍ້າມັນກາງອາກາດເປັນຄັ້ງທໍາອິດໃນເດືອນກັນຍາ 2019 ໃຫ້ກັບເຄື່ອງບິນ F/A-18 Super Hornet ເພື່ອເພີ່ມຂີດຄວາມສາມາດໃນການປະຕິບັດການ.

ທ່ານ Chad Reed ຜູ້ບໍລິຫານໂຄງການຂອງສໍານັກງານໂຄງການເຄື່ອງບິນບໍ່ມີຄົນຂັບຂອງກອງທັບເຮືອບອກວ່າ: ມັນເປັນຊ່ວງເວລາທີ່ມີສໍາຄັນ ແລະ ເປັນສິ່ງທີ່ໜ້າຕື່ນເຕັ້ນຫຼາຍຂອງກອງທັບເຮືອ.

ການທົດສອບທີ່ປະສົບຜົນສໍາເລັດນີ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງເຄື່ອງບິນບໍ່ມີຄົນຂັບທີ່ຈະສາມາດຕອບສະໜອງຈຸດປະສົງອື່ນໆນອກເໜືອຈາກການໃຊ້ສໍາຫຼວດ ແລະ ໂດຣນໂຕນີ້ກໍຈະຖືກນໍາໄປໃຊ້ໃນການທົດສອບໃນຖ້ຽວບິນອື່ນໆອີກຫຼາຍຖ້ຽວໃນອີກບໍ່ດົນ.