10 ເດືອນສົກນີ້ ຂະແໜງການເງິນ ປະຕິບັດແຜນລາຍຮັບ ງົບປະມານແຫ່ງລັດ ບໍ່ບັນລຸຕາມແຜນການ!

ຂປລ. ​ໃນ 10 ​ເດືອນສົກປີ 2015-2016  ​ຂະແໜງການເງິນ ປະຕິບັດ​​ແຜນງົບປະມານແຫ່ງລັດ ບໍ່ໄດ້ດີເທົ່າທີ່ຄວນ ໄດ້ພຽງ 74,52% ທຽບໃສ່ຄາດຄະເນປະຕິບັດໝົດປີ ຍ້ອນລາຍຮັບບໍ່ໄດ້ຕາມແຜນໃນແຕ່ລະງວດ, ສະພາບເສດຖະກິດ ທັງພາຍໃນແລະ ພາຍນອກມີການຜັນແປ ທີ່ເປັນຜົນກະທົບທາງລົບ​ ຕໍ່ເສດຖະກິດຂອງລາວແລະ ອື່ນໆ ​​ແຕ່ເຖິງຢ່າງໃດກໍຕາມ ຂະແໜງການເງິນ ຈະສູ້ຊົນຈັດຕັ້ງປະຕິບັດ​​ ສ້າງແຜນງົບປະມານແຫ່ງລັດໃຫ້ໄດ້ຕາມແຜນການ100% ​ໃນຕໍ່ໜ້າ.

ຕໍ່​ກັບບັນຫາດັ່ງກ່າວ, ກະຊວງການເງິນ ໄດ້ປະສານສົບທົບກັບ​ ທະນາຄານ ແຫ່ງ ສປປ ລາວລະດົມທຶນດ້ວຍການຈຳໜ່າຍພັນທະບັດແລະ ກູ້ຢືມເພື່ອແກ້ໄຂສະພາບຄ່ອງຂອງງົບປະມານສືບຕໍ່ແກ້ໄຂໜີ້ສິນຄຸມເຄືອ ຂອງໂຄງການລົງທຶນຂອງລັດ ເຊັ່ນ: ໜີ້ແບບມີສ່ວນຫລຸດທີ່ຍັງຄ້າງຈ່າຍ, ພັນທະບັດຊຳລະໜີ້ ແລະ ໜີ້ລົງທຶນອື່ນໆ ເພື່ອແກ້ໄຂສະພາບຄ່ອງຂອງທຸລະກິດ, ທະນາຄານ ແລະ ຮັກສາການເຕີບໂຕຂອງເສດຖະກິດໃຫ້ຕໍ່ເນື່ອງ. ນອກນັ້ນ ຍັງຈະໄດ້ດຳເນີນບັນດາມາດຕະການຕ່າງໆ ຢ່າງແຂງແຮງ ​ເປັນ​ຕົ້ນສຳຫລວດບັນດາຫົວໜ່ວຍວິສາຫະກິດຢູ່ທົ່ວປະເທດ, ຄົ້ນຄວ້າປັບປຸງລັດຖະບັນຍັດອາກອນຊົມໃຊ້ພາຫະນະ(ລົດໃຫຍ່) ແລະ ສິນຄ້າຟຸມເຟືອຍ, ຜັນຂະຫຍາຍຄົ້ນຄວ້າ ອອກບົດແນະນຳປະຕິບັດກົດໝາຍບັນຊີ, ປະກາດໃຊ້ກຳໜົດໝາຍ ໃຊ້ຈ່າຍບໍລິຫານສະບັບໃໝ່ ​ແລະ  ອື່ນໆ.

ໃນສົກປີຜ່ານມາ (2014-2015) ກະຊວງການເງິນ ປະຕິບັດຈັດເກັບລາຍຮັບໄດ້ 25.815 ຕື້ກີບ, ເທົ່າກັບ 25,23% ຂອງ GDP ໃນນີ້ລາຍຮັບພາຍ ໃນ20.536 ຕື້ກີບ ເທ່ົາກັບ 20%  ຂອງ GDP ແລະ ລາຍຈ່າຍທັງໝົດ ບໍ່ໃຫ້ເກີນ 31.000 ຕື້ກີບ ເທົ່າກັບ 30% ກວ່າ ຂອງGDP, ການລົງທຶນພາຍໃນ ແລະ ຕ່າງປະເທດ 10.534 ຕື້ກີບ ເທົ່າກັບ 10,30% ຂອງGDP ສະເພາະການລົງທຶນ ດ້ວຍແຫລ່ງງົບປະມານພາຍໃນ 3.300 ຕື້ກີບ ເທົ່າກັບ 3,30% ຂອງGDP ​ແລະ ອື່ນໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!