10 ອັນດັບສະໜາມເຕະບານທີ່ໃຫຍ່ທີ່ສຸດໃນຢຸໂຣບ

0
2490

​ຕະຫຼອດໄລຍະທີ່ຜ່ານມາຄົງເວົ້າໄດ້ວ່າຢຸໂຣບເປັນຜູ້ພັດທະນາມາດຕະຖານການແຂ່ງຂັນກິລາເຕະບານທີ່ດີທີ່ສຸດໃນໂລກ ເຊິ່ງສະໜາມແຂ່ງຂັນກິລາຂອງສະໂມສອນຊື່ດັງບໍ່ວ່າຈະເປັນ  Barcelona, Real Madrid ຫຼື Bayern Munich ຕ່າງກໍມີສະໜາມແຂ່ງໄວ້ຮອງຮັບແຟນໆທີ່ມາຈາກທົ່ວສາລະທິດເພື່ອມາຮັບຊົມເກມການແຂ່ງຂັນ ແລະແນ່ນອນວ່າຖ້າສະໜາມແຂ່ງດີກໍຕ້ອງມີສີສັນທີ່ດີ, ບັນຍາກາດດີໆໃຫ້ກັບທີມຂອງພວກເຂົານຳ ແລະມື້ນີ້ເຮົາຈະພາທ່ານພົບກັບ 10 ສຸດຍອດສະໜາມແຂ່ງຂັນທີ່ໃຫຍ່ທີ່ສຸດໃນຢຸໂຣບ ມາເບິ່ງກັນເລີຍ.  

10. Allianz Arena

        Allianz Arena ເປັນສະໜາມເຕະບານຂະໜາດໃຫຍ່ຂອງ Bayern Munich ເຊິ່ງມີຊື່ຕາມສະປອນເຊີທີ່ສະໜັບສະໜູນໃນການສ້າງທີ່ຊື່ວ່າ “Allianz SE” ສາມາດຮອງຮັບຄົນໄດ້ເຖິງ 75,000 ຄົນ ແລະເປັນທີ່ຮູ້ຈັກກັນດີວ່າໂຕສະໜາມນັ້ນເຮັດຂຶ້ນແບບ ETFE plastic ເຊິ່ງເປັນວັດສະດຸໂປ່ງແສງທີ່ມີລາຄາປະມານ 340 ລ້ານຢູໂຣ (3.024 ຕື້ກີບ) ເລີຍ

09. Old Trafford

        Old Trafford ເປັນສະໜາມເຕະບານຂອງສະໂມສອນຊື່ດັງ Manchester United ທີ່ຢູ່ໃນເມືອງ Manchester ຂອງປະເທດອັງກິດ ສາມາດຮອງຮັບຄົນໄດ້ຫຼາຍເຖິງ 75,643 ຄົນ ແລະເປັນທີ່ຮູ້ຈັກກັນໃນຊື່ວ່າ: Theatre of dreams ຫຼື ໂຮງລະຄອນແຫ່ງຄວາມຝັນ ເຊິ່ງສ້າງຂຶ້ນເມື່ອປີ 1910 ໃນລະຫວ່າງສົງຄາມໂລກຄັ້ງທີ 2 ເຊິ່ງເຄີຍຖືກເຄື່ອງບິນຖິ້ມລະເບີດຈົນເສຍຫາຍເຮັດໃຫ້ທີມ Manchester United ຕ້ອງຍ້າຍໄປຫຼິ້ນທີ່ສະໜາມ Manchester City ເຖິງ 8 ປີເລີຍກວ່າຈະແປງແລ້ວ.

08. Ataturk Olympic Stadium

        ສະໜາມແຫ່ງນີ້ເປັນສະໜາມກິລາໂອລິມປິກທີ່ໃຫຍ່ທີ່ສຸດຂອງຊາວຕຸຣະກີ ເຊິ່ງສ້າງຂຶ້ນເມື່ອປີ 2002 ໂດຍໃຊ້ຊື່ດຽວກັບຜູ້ກໍ່ຕັ້ງສາທາລະນະລັດຕຸຣະກີ Mustafa Kemal Ataturk ເປັນສະໜາມຂອງລັດຖະບານທີ່ສ້າງຂຶ້ນເພື່ອກຽມໃຊ້ຈັດການແຂ່ງຂັນ Olympic ໃນປີ 2008 ແລະເປັນສະໜາມເຕະບານຂອງສະໂມສອນ Galatasaray ສາມາດຮອງຮັບຄົນໄດ້ເຖິງ 76,092 ຄົນ

07. Luzhniki Stadium

        Luzhniki stadium ເປັນສະໜາມທີ່ຕັ້ງຢູ່ໃນກຸງມອສໂຄຂອງປະເທດຣັສເຊຍ ເຊິ່ງຮອງຮັບຄົນໄດ້ຫຼາຍເຖິງ 78,360 ຄົນ ແລະເປັນສະໜາມເຈົ້າບ້ານຂອງທີມ Torpedo Moscow, PFC CSKA Moscow ແລະ Spartak Moscow ໃນອະດີດ, ປັດຈຸບັນໃຊ້ສຳລັບເປັນບ່ອນເຝິກຂອງທີມເຕະບານທີມຊາດຣັສເຊຍເທົ່ານັ້ນ. 

06. Stade de France

        ສຳລັບສະໜາມລຳດັບທີ 6 ເປັນສະໜາມຂອງປະເທດຝຣັ່ງທີ່ຕັ້ງຢູ່ທິດເໜືອຂອງກຸງປາຣີສ ສ້າງຂຶ້ນເມື່ອປີ 1998 ເພື່ອຈັດການແຂ່ງຂັນ FIFA World cup ສາມາດຮອງຮັບຄົນໄດ້ເຖິງ 81,338 ຄົນ ເປັນສະໜາມທີ່ມີໄວ້ໃຊ້ແຂ່ງຂັນເກມລະດັບນານາຊາດ, UEFA Cup ລວມໄປເຖິງເຝິກຝົນ ແລະຍັງເປັນບ່ອນຈັດຄອນເສິຣ໌ດອີກນຳ

05. San Siro

        San Rio ເປັນສະໜາມເຕະບານຂອງສະໂມສອນ AC Milan ແລະ Inter Milan ຕັ້ງຢູ່ໃນບໍລິເວນຍ່ານ San Siro ໃນເມືອງ Milan ປະເທດອິຕາລີ, ສາມາດຮອງຮັບຄົນໄດ້ 80,018 ຄົນຖືກເປີດໂຕໃຫ້ເປັນສະໜາມເຈົ້າບ້ານຂອງ AC Milan ໃນປີ 1926 ແລະໃນປີ 1945 ທີມ Inter Milan ກໍມາເປັນຜູ້ເຊົ່າ ແລະທັງ 2 ທີມກໍແບ່ງສະໜາມກັນນັບຕັ້ງແຕ່ນັ້ນເປັນຕົ້ນມາ.

04. Estadio Santiago Bernabeu

        ສະໜາມເຕະບານຂອງຜູ້ທີ່ເປັນແຊັມ UEFA Champions League ເຖິງ 11 ເທື່ອ Real Madrid ເຊິ່ງຕັ້ງຊື່ຕາມອະດີດປະທານສະໂມສອນ Santiago Bernabeu ແລະເປີດໃຊ້ເມື່ອປີ 1947 ແລະໄດ້ມີການຕໍ່ຕື່ມຂະຫຍາຍຫຼາຍຕໍ່ຫຼາຍເທື່ອ ເຊິ່ງປັດຈຸບັນສາມາດຮອງຮັບຄົນໄດ້ 81,044 ຄົນ ເຊິ່ງໂຕສະໜາມນັ້ນພະຍາຍາມທີ່ຈະຕໍ່ຕື່ມເພື່ອທີ່ຈະໃຫ້ເປັນສະໜາມທີ່ໃຫຍ່ທີ່ສຸດໃນໂລກ.  

03. Signal Iduna Park

        ເປັນສະໜາມທີ່ແຟນໆສະໂມສອນ Borussia Dortmund ຍົກຍ້ອງວ່າການສ້າງສະໜາມນີ້ເປັນສິ່ງທີ່ດີທີ່ສຸດສຳລັບພວກເຂົາ ພວກເຂົາສາມາດສະເຫຼີມສະຫຼອງເມື່ອທີມຂອງພວກເຂົາຊະນະດ້ວຍດອກໄມ້ໄຟໄດ້ເທິງພື້ນທີ່ແຫ່ງນີ້ ລວມໄປເຖິງເປັນສະໜາມແຂ່ງຂັນຍອດນິຍົມທີ່ໃຊ້ຈັດການແຂ່ງຂັນຫຼາຍທີ່ສຸດໃນໂລກ. ສະໜາມແຫ່ງນີ້ຖືກຕັ້ງໃນເມືອງ Dortmund ປະເທດ Germany ແລະຈັດເປັນສະໜາມແຂ່ງເຕະບານທີ່ໃຫຍ່ທີ່ສຸດໃນປະເທດສາມາດຮອງຮັບຄົນໄດ້ຫຼາຍເຖິງ 81,360 ຄົນ

02. Wembley stadium

        ສະໜາມແຂ່ງຂັນທີ່ສາມາດຮອງຮັບຜູ້ຊົມໄດ້ຫຼາຍເຖິງ 90,000 ຄົນ ແລະເປັນສະໜາມແຂ່ງຂັນເຕະບານທີ່ໃຫຍ່ເປັນອັນດັບ 2 ຂອງຢຸໂຣບ ເຊິ່ງມີເຈົ້າຂອງເປັນສະມາຄົມບານເຕະຂອງປະເທດອັງກິດ (Football Association) ເຊິ່ງຕັ້ງຢູ່ໃນກຸງລອນດອນປະເທດອັງກິດ ແລະຍັງເປັນສະໜາມເຈົ້າບ້ານຂອງທີມຊາດອັງກິດອີກນຳ ເຊິ່ງສະໜາມແຫ່ງນີ້ມີໄວ້ສຳລັບຈັດການແຂ່ງຂັນລະດັບໃຫຍ່ໆ ໂດຍສະເພາະແມ່ນ FA Cup ຮອບສຸດທ້າຍ, UEFA Champions League ຮອບສຸດທ້າຍເປັນຕົ້ນ.

01. Camp Nou

        ສະໜາມເຈົ້າບ້ານຂອງສະໂມສອນ Barcelona ທີ່ມີຊື່ວ່າ Camp Nou, ສະໜາມແຫ່ງນີ້ເປັນສະໜາມຈັດການແຂ່ງຂັນທີ່ໃຫຍ່ທີ່ສຸດໃນຢຸໂຣບ ແລະໃຫຍ່ເປັນອັນດັບ 2 ຂອງສະໜາມແຂ່ງຂັນທີ່ໃຫຍ່ທີ່ສຸດໃນໂລກ ມີໄວ້ຈັດອີເວນໃຫຍ່ໆ ບໍ່ວ່າຈະເປັນ Champions League ຮອບສຸດທ້າຍ ຫຼື FIFA world cup ຮອບຮອງຊະນະເລີດ. Camp Nou ແຫ່ງນີ້ຕັ້ງຢູ່ໃນເມືອງ Barcelona ໃນແຄວ້ນ Catalonia ຂອງສະເປນ ສາມາດຮອງຮັບຄົນໄດ້ຫຼາຍເຖິງ 99,354 ຄົນ ແລະກຳລັງຢູ່ໃນລະຫວ່າງການປັບປຸງເພື່ອຕໍ່ສ່ວນຂະຫຍາຍ ໂດຍຈະແລ້ວໃນຊ່ວງປີ 2018 ນີ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station