10 ວິທີງ່າຍໆທີ່ເຮັດໃຫ້ລູກໄດ້ສຳພັດຄວາມຮັກຈາກພໍ່ແມ່

ພໍ່ແມ່ຮູ້ຫຼືບໍ່ວ່າ ສິ່ງທີ່ສຳຄັນກວ່າຂອງຫຼິ້ນ ຫຼື ຂອງກິນທີ່ລູກມັກທີ່ສຸດ ແລະ ຕ້ອງການຫຼາຍທີ່ສຸດນັ້ນກໍ່ຄືຄວາມຮັກຄວາມເຂົ້າໃຈຈາກພໍ່ແມ່ ເຊິ່ງກໍ່ຮູ້ໆກັນຢູ່ວ່າພໍ່ແມ່ທຸກຄົນກໍ່ມີຄວາມຮັກ ຄວາມຫ່ວງໃຍ ແລະ ຄວາມຫວັງດີຕໍ່ລູກ ແຕ່ພໍ່ແມ່ບາງຄົນອາດບໍ່ຮູ້ຈັກວິທີການສະແດງອອກຢ່າງຖືກວິທີ ຈິ່ງເຮັດໃຫ້ລູກບໍ່ໄດ້ສຳພັດກັບຄວາມຮັກທີ່ທ່ານມີຕໍ່ພວກເຂົາ ໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດເລີຍມີ 10 ວິທີໃນການສະແດງອອກກັບລູກມາແນະນຳ ເຊິ່ງຈະມີວິທີໃດແນ່ນັ້ນເຮົາມາຮູ້ຈັກໄປພ້ອມໆກັນເລີຍ

1. ພໍ່ແມ່ຄວນມີເວລາສຳລັບລູກໃນບາງເທືອທີ່ເຂົາຕ້ອງການ
2. ຮັບຟັງໃນສິ່ງທີ່ລູກເວົ້າ ແລະ ທຳຄວາມເຂົ້າໃຈໄປກັບເລື່ອງທີ່ລູກເວົ້າ
3. ບອກຮັກ ຫຼື ສະແດງຄວາມຮັກກັບລູກເລື່ອຍໆ
4. ກອດແນ່ ຫອມແນ່ ເມື່ອມີໂອກາດ
5. ຖາມໄຖ່ຊີວິດປະຈຳວັນຂອງລູກແນ່ກໍ່ດີ
6. ພາລູກໄປທ່ຽວນອກສະຖານທີ່ແບບຄອບຄົວບາງຄັ້ງຄາວ
7. ຍ້ອງຍໍເວລາທີ່ເຂົາເຮັດສິ່ງໃດໜຶ່ງສຳເລັດ ແລະ ໃຫ້ກຳລັງໃຈເວລາລູກທໍ້ຖອຍ
8. ຮັກສາສັນຍາທີ່ໃຫ້ໄວ້ກັບລູກ
9. ເຮັດໃຫ້ເຂົ້າຍິ້ມ ຫຼາຍກວ່າເຮັດໃຫ້ເຂົາເສຍໃຈ
10.​ ເປັນທີ່ປຶກສາທີ່ດີໃຫ້ກັບລູກສະເໝີ ແລະ ທຸກເລື່ອງ

ບອກເລີຍວ່າການເຮັດເລື່ອງເລັກໆນ້ອຍໆ ທີ່ເຮັດໃຫ້ລູກຍິ້ມໄດ້ມີຄວາມສຸກນີ້ລະເປັນຂອງຄວາມສຳຄັນທີ່ລູກທຸກຄົນຢາກໄດ້ຈາກພໍ່ແມ່