10 ກວ່າບັນຫາທີ່ຂະແໜງອຸດສາຫະກຳປຸງແຕ່ງສະເໜີລັດຊ່ວຍແກ້ໄຂ

0
5525
10 ກວ່າບັນຫາທີ່ຂະແໜງອຸດສາຫະກຳປຸງແຕ່ງສະເໜີລັດຊ່ວຍແກ້ໄຂ

ໂດຍ: ໝີ​ນ້ອຍ

ໃນ​ສະ­ບັບ​ກ່ອນ​ຄໍ​ລຳ​ສັງ­ຄົມ​ການ​ຄ້າ​ໄດ້​ນຳ​ສະ­ເໜີກ່ຽວ​ກັບ​ຂໍ້​ຫຍຸ້ງ­ຍາກ ແລະ ສິ່ງ​ທີ່​ທ້າ​ທາຍ​ຂອງ​ຂະ­ແໜງ​ອຸດສາ​ຫະ​ກຳ​ປຸງ​ແຕ່ງ ແລະ ສະ­ບັບ​ນີ້​ພວກ​ເຮົາ​ຈະ​ໃຫ້​ຮູ້​ເລື່ອງບັນ­ຫາ​ຕ່າງໆ​ທີ່​ເປັນ​ຂໍ້​ສະ­ເໜີ ເພື່ອ​ໃຫ້​ລັດ​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາຊ່ວຍ­ເຫຼືອ ແລະ ຮ່ວມ​ກັນ​ແກ້​ໄຂ.

ອີງ​ຕາມ​ການ​ລາຍ​ງານ​ຂອງ​ຜູ້­ຕາງ­ໜ້າ​ທຸ­ລະ​ກິດ​ຂະ­ແໜງອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ໃນ​ກອງ​ປະ­ຊຸມ​ພົບ​ປະ​ລະ­ຫວ່າງ​ທ່ານນາ­ຍົກລັດ­ຖະ­ມົນ­ຕີ​ກັບ​ສະ­ພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ທີ່ຈັດ​ຂຶ້ນ​ບໍ່​ດົນ​ຜ່ານ​ມາ​ນີ້​ໃຫ້​ຮູ້​ວ່າ: ຂະ­ແໜງ​ອຸດ­ສາ­ຫະ­ກຳ​ປຸງແຕ່ງ​ພວກ​ເຮົາ​ກໍ​ຍັງ​ມີ​ບັນ­ຫາ​ຕ່າງໆ​ທີ່​ເປັນ​ຂໍ້​ສະ­ເໜີ​ມາ​ຍັງພາກ​ລັດ​ຊ່ວຍ­ເຫຼືອ ແລະ ແກ້​ໄຂ​ເພື່ອ​ໃຫ້​ພາກ​ເອ­ກະ​ຊົນ​ໄດ້​ຮັບການ​ພັດ­ທະ­ນາ ແລະ ແຂ່ງຂັນ​ໄດ້​ກັບ​ບັນ­ດາ​ປະ­ເທດ​ໃນ​ພາກພື້ນ​ໂດຍ​ສະ­ເພາະ​ແມ່ນ​ໃຫ້​ມະ­ຫາ​ພາກ​ເລັ່ງ​ລັດ​ໃນ​ການ​ປະ­ຕິບັດ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ພັດ­ທະນາ​ເສດ­ຖະ­ກິດŒສັງຄົມ​ໃຫ້​ເຄັ່ງ​ຄັດ ແລະ ເປັນ​ເອ­ກະ​ພາບ​ກັນ​ລະ­ຫວ່າງ​ສູນ​ກາງ ແລະ ທ້ອງ­ຖິ່ນ.

ເພີ່ມ​ທະ­ວີ​ການ​ສົ່ງ­ເສີມ​ການ​ປົກ​ປ້ອງ​ຜູ້​ປະ­ກອບ​ການ​ພາຍໃນ​ໃຫ້​ສາ­ມາດ​ແຂ່ງ­ຂັນ​ໄດ້​ໃນ​ດ້ານ​ນະ­ໂຍ­ບາຍເພາະ­ວ່າ​ອຸດສາ​ຫະ​ກຳ​ປຸງ​ແຕ່ງ​ຢູ່ ສປປ ລາວ ແມ່ນ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ຊຶ່ງ​ຕົ້ນ​ທຶນ​ການ​ຜະ­ລິດ​ສູງ​ຄ່າ​ຂົນ­ສົ່ງ ແລະ ອື່ນໆ; ໃຫ້​ພິ­ຈາ­ລະ­ນາ​ການ​ສະ­ຫງວນ​ບາງ​ອຸດ­ສາ­ຫະ­ກຳ​ທີ່​ປະ­ກອບ​ການ​ພາຍ​ໃນ​ມີ​ຄວາມ​ສາ­ມາດ​ຮອງ​ຮັບ​ໄວ້​ໃຫ້​ຄົນ​ລາວ​ເຊັ່ນ: ຫັດ­ຖະ­ກຳŒອຸດ­ສາ­ຫະ­ກຳ​ຂະ­ໜາດ​ນ້ອຍ​ທີ່​ນຳ​ໃຊ້​ຊັບ​ພະ­ຍາກອນ​ພາຍ​ໃນ; ມະ­ຫາ​ພາກ​ຄວນ​ມີ​ມາດ​ຕະ­ການ ແລະ ຂໍ້​ບັງຄັບ​ເພື່ອ​ສ້າງ​ຄ່າ​ນິ­ຍົມ​ການ​ນຳ​ໃຊ້​ຜົນ​ຜະ­ລິດ​ການ​ບໍ­ລິ­ການຕ່າງໆ​ພາຍ​ໃນ​ປະ­ເທດສ້າງ​ແນວ​ຄິດ​ຮັກ​ຊາດ​ຮັກ​ບ້ານ​ເກີດເມືອງ​ນອນ ແລະ ມີ​ຄວາມ​ພູມ­ໃຈ​ຕໍ່​ຜະ­ລິດ​ຕະ​ພັນ​ທີ່​ເປັນ​ຄົນລາວ​ຂອງ​ເຮົາ​ເອງ.

ການ​ພິ­ຈາ­ລະ­ນາ​ອະ­ນຸ­ມັດ​ໂຄງ­ການ​ຂອງ​ລັດ­ຖະ­ບານ ຫຼື ຂອງ​ອົງ­ການ​ສາ­ກົນ​ຊ່ວຍ­ເຫຼືອ​ຄວນ​ນຳ​ໃຊ້​ວັດ​ສະ​ດຸ​ກໍ່­ສ້າງ ແລະ ນັກ​ຊ່ຽວ­ຊານ​ພາຍ​ໃນ​ປະ­ເທດ​ເປັນ​ບຸ­ລິ­ມະ­ສິດ​ເບື້ອງ​ຕົ້ນກ່ອນ ຈິ່ງ​ພິ­ຈາ­ລະ­ນາ​ການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ຈາກ​ພາຍນອກ; ໃຫ້​ລັດ­ຖະ­ບານ​ທົບ​ທວນ­ຄືນ​ການ​ຈັດ​ສັນ​ຊັບ​ພະ­ຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ພະ­ລັງ­ງານ​ເຊື້ອ​ໄຟ​ໃຫ້​ແກ່​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະ­ລິດ​ເຊັ່ນ: ໂຮງ­ງານ​ຊີມັງ, ໂຮງ­ງານ​ປຸງ​ແຕ່ງ​ອື່ນໆທີ່​ມີ​ຄວາມ​ຕ້ອງ­ການ​ນຳ​ໃຊ້​ເພີ່ມຂຶ້ນ​ແຕ່​ລະ​ປີ ແລະ ທົບ​ທວນ­ຄືນ​ການ​ປະ­ຕິ­ບັດ​ກົດ­ໝາຍ​ອາກອນ​ມູນ​ຄ່າ​ເພີ່ມ​ສຳ­ລັບ​ຜູ້​ສົ່ງ​ອອກ​ໃນ​ຂະ­ແໜງ​ອຸດ​ສາ​ຫະກຳ​ຕັດ­ຫຍິບ​ທີ່​ຍັງ​ມີ​ບັນ­ຫາ​ຢູ່, ກວດ­ກາ​ຄືນ​ການ​ນຳ​ໃຊ້​ກົນ​ໄກ ແລະ ລະ­ບຽບ​ການ​ຄຸ້ມ​ຄອງ​ດ້ານ​ການ​ບັນ­ຊີ​ຂອງ​ບັນ­ດາ​ຜູ້​ປະກອບ​ການ​ທີ່​ຍັງ​ບໍ່​ທັນ​ເຂັ້ມ​ງວດ​ບໍ່​ທັນ​ເຂົ້າ​ລະ­ບົບ ແລະ ເຮັດໃຫ້­ການ​ໄລ່​ລຽງ​ການ​ມອບ​ພັນ­ທະ​ໃຫ້​ລັດ​ມີ​ການ​ຮົ່ວ​ໄຫຼ; ທົບ​ທວນ­ຄືນ​ການ​ກຳ­ນົດ​ລາ­ຄາ​ຕ່ຳ​ສຸດ ເພື່ອ​ເປັນ​ບ່ອນ​ອີງ​ໃນການ​ແຈ້ງ​ພາ­ສີ​ນຳ​ເຂົ້າ​ພາ­ຫະ­ນະປະ­ຈຸ​ບັນ​ຍັງ​ນຳ​ໃຊ້​ແຈ້ງການ​ຂອງ​ກະ­ຊວງ​ການ​ເງິນສະ­ບັບ​ເລກ​ທີ 2320/ກງ ລົງ​ວັນທີ 22 ທັນ­ວາ 2003 ຢູ່ ຊຶ່ງ​ເຫັນ​ວ່າ​ບໍ່​ສອດ­ຄ່ອງ​ກັບ​ເງື່ອນໄຂ ແລະ ສະ­ພາບ​ຄວາມ​ເປັນ​ຈິງ​ໃນ​ປະ­ຈຸ​ບັນ.

ທ່ານ​ຕາງ­ໜ້າ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ​ຍັງ​ສະ­ເໜີ​ຕື່ມ​ວ່າ: ໃຫ້​ລັດ­ຖະ­ບານ​ພິ­ຈາ­ລະ­ນາ​ການ​ອະ­ນຸ­ຍາດ​ນຳ​ເຂົ້າ​ພາ­ຫະ­ນະ​ທີ່​ຍົກ­ເວັ້ນ​ພາ­ສີ 100% ເສຍ​ພາ­ສີ 1% ລົດ​ໃຊ້​ທະ­ບຽນ​ຊົ່ວຄາວ​ລົດ​ຮັບ​ໃຊ້​ໂຄງ­ການ​ຕ່າງໆ​ຍັງ​ບໍ່​ທັນ​ຮັດ­ກຸມ​ເຮັດ​ໃຫ້​ມີ​ຜົນກະ­ທົບ​ໂດຍ​ກົງ​ຕໍ່​ຜູ້​ປະ­ກອບ​ການ​ພາຍ​ໃນ; ກວດ­ກາ​ຄືນ​ການອະ­ນຸ­ມັດ​ສົ່ງ​ອອກ​ວັດ­ຖຸ​ດິບ​ໄມ້​ທີ່​ບໍ່​ຖືກ­ຕ້ອງ​ໂດຍ​ໄວ ເນື່ອງຈາ​ກວ່າ​ມີ​ຜົນ​ກະ­ທົບ​ຕໍ່​ຜູ້​ຜະ­ລິດ​ພາຍ​ໃນ​ບໍ່​ດັ່ງ­ນັ້ນ​ໃນ​ອະ­ນາ­ຄົດໃກ້ໆ​ນີ້​ຈະ​ໄດ້​ນຳ​ເຂົ້າ​ວັດ­ຖຸ​ດິບ​ໄມ້​ຈາກ​ຕ່າງ­ປະ­ເທດ​ມາ​ຜະ­ລິດ ແລະ ປຸງ​ແຕ່ງພ້ອມ​ກັນ​ນີ້ຂໍ​ໃຫ້​ລັດ­ຖະບານ​ກວດ­ກາ​ຄືນ​ການຈັດ​ສັນ​ຊັບ­ພະ­ຍາ­ກອນ​ໄມ້​ທຳ​ມະ​ຊາດ ແລະ ໄມ້​ປູກ​ໃຫ້​ຮັດ­ກຸມ ເພື່ອ​ສະ­ໜອງ​ແກ່​ຜູ້​ຜະ­ລິດ​ພາຍ​ໃນ​ເຊັ່ນ: ໂຮງງານ​ເຟີ​ນິ​ເຈີຖ່ານ​ຂາວ ແລະ ແກະ­ສະ­ຫຼັກສຳ­ລັບ​ການ​ສົ່ງ​ອອກ.

ທັງ​ນີ້ ລັດ­ຖະ­ບານ​ຄວນ​ພິ­ຈາ­ລະ­ນາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດກົດ­ໝາຍ​ແຮງ​ງານ, ກົດ­ໝາຍ​ການ​ສືກ​ສາ ແລະ ລະ­ບຽບ​ການທີ່​ກ່ຽວຂ້ອງ​ກັບ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ໃຫ້ສອດ­ຄ່ອງ​ກັບ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ​ແຮງ​ງານ​ພາຍໃນ ແລະ ຕ່າງ­ປະ­ເທດ​ທີ່​ມີ​ແນວ​ໂນ້ມ​ເພີ່ມ​ຂຶ້ນ​ແຕ່​ລະ​ປີ ແລະ ເພີ່ມ​ທະ­ວີ​ການ​ນຳ​ໃຊ້​ລະ­ບົບ​ມາດ­ຕະ­ຖານ​ແຫ່ງ​ຊາດ, ລະ­ບົບການ​ຄຸ້ມ​ຄອງ​ລິ​ຂະ​ສິດ​ທາງ​ປັນ­ຍາ, ລະ­ບົບ​ຄວບ​ຄຸມ​ຄຸນ​ນະພາບ​ຕາມ​ມາດ­ຕະ­ຖານ​ສາ­ກົນ​ໃຫ້​ເຂົ້າ​ລະ­ບົບ ເນື່ອງ​ຈາ​ກວ່າບັນ­ດາ​ສິນ­ຄ້າ​ທີ່​ນຳ​ເຂົ້າ​ມາ​ຈາກ​ຕ່າງ­ປະ­ເທດອາດ​ຈະ​ມີ​ຜົນກະ­ທົບ​ທາງ​ລົບ​ຕໍ່​ຜູ້​ຊົມ­ໃຊ້ ແລະ ອາດ​ຈະ​ລະ­ເມີດ​ລິ​ຂະ​ສິດຂອງ​ຜູ້​ປະ­ກອບ​ການ​ພາຍ​ໃນ.

ແນວ­ໃດ​ກໍ​ດີບັນ­ຫາ​ທີ່​ສະ­ເໜີ​ທັງ​ໝົດ​ນັ້ນ​ບາງ​ປະ­ເດັນ​ກໍ​ໄດ້ຮັບ​ຄຳ​ຊີ້​ແຈ້ງ​ຈາກ​ບັນ­ດາ​ລັດ­ຖະ­ມົນ­ຕີ​ທີ່​ກ່ຽວ­ຂ້ອງ​ເຖິງ​ແນວທາງ​ໃນ​ການ​ແກ້​ໄຂ ແລະ ປັບ­ປຸງ ຊຶ່ງ​ຝ່າຍ​ລັດ​ຢືນ­ຢັນ​ແມ່ນ​ຈະສືບ­ຕໍ່​ພັດ­ທະ­ນາ ແລະ ສ້າງ​ສິ່ງ​ເອື້ອ​ອຳ­ນວຍ​ໃຫ້​ແກ່​ບັນ­ດາ​ຫົວໜ່ວຍ​ທຸ­ລະ​ກິດ ເພື່ອ​ພ້ອມ​ກັນ​ເສີມ​ຂະ­ຫຍາຍ ແລະ ສ້າງ​ໃຫ້​ທຸລະ​ກິດ​ພາຍ​ໃນ​ມີ​ຄວາມ​ເຂັ້ມ­ແຂງ​ສາ­ມາດ​ແຂ່ງ­ຂັນ​ໄດ້​ກັບພາກ​ພື້ນ ແລະ ໃນ​ໂລກ.

ທີ່ມາ http://www.sedthakid.la/khao/18638.spc