‪‎ຫງຽນ‬ ທິ ອັນ ວຽນ ຄວ້າ 4 ຫຼຽນຄຳໃຫ້ທັບກິລາລອຍນ້ຳຫວຽດນາມໃນຊີເກມ 2015

ຫງຽນ ທິ ອັນ ວຽນ (Nguyễn Thị Ánh Viên) ນັກກິລາລອຍນ້ຳສາວດາວຮຸ່ງ ໄວ 19 ປີ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການຄວ້າມາແລ້ວ 4 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ໃຫ້ທັບນັກກິລາ ສສ ຫວຽດນາມ ໃນການເຂົ້າຮ່ວມແຂ່ງຂັນ ກິລາ ຊີເກມ ຄັ້ງທີ 28 ທີ່ປະເທດສິງກະໂປ ເປັນເຈົ້າພາບ ລະຫວ່າງວັນທີ 5-16 ມິຖຸນາ 2015.

ໃນຊີເກມ ຄັ້ງນີ້ ຫງຽນ ທິ ອັນ ວຽນ ລົງແຂ່ງຂັນໄປແລ້ວ 7 ຈາກທັງໝົດ 13 ລາຍການ ປະກອບມີ: ລອຍທຳມະດາ (Freestyle) 100 ແມັດ, 200 ແມັດ, 400 ແມັດ ແລະ 800 ແມັດ; ລອຍທ່າແມງກະເບື້ອ (Butterfly) 50 ແມັດ, 100 ແມັດ ແລະ 200 ແມັດ; ລອຍທ່າກົບ (Backstroke) 50 ແມັດ, 100 ແມັດ ແລະ 200 ແມັດ ; (Individual Medley) 200 ແມັດ ແລະ 400 ແມັດ. ໂດຍຄວ້າມາໄດ້ແລ້ວ 4 ຫຼຽນຄຳ ຈາກລອຍທຳມະດາ 800 ແມັດຍິງ (Women’s 800m Freestyle), ລອຍກົບ 200 ແມັດຍິງ (Women’s 200 m Backstroke); ລອຍທ່າປະສົມ 200 ແມັດຍິງ (Women’s 200 m Individual Medley) ແລະ ລອຍທ່າປະສົມ 400 ແມັດຍິງ (Women’s 400 m Individual Medley) ສ່ວນ 1 ຫຼຽນເງິນ ໄດ້ຈາກປະເພດລອຍທຳມະດາ 100 ແມັດຍິງ (Women’s 100 m Freestyle) ແລະ 1 ຫຼຽນທອງຈາກ ລອຍກົບ 50 ແມັດຍິງ (Women’s 50 m Backstroke), ໃນຂະນະທີ່ ລອຍທ່າແມງກະເບື້ອ 50 ແມັດຍິງ (Women’s 50 m Butterfly) ໄດ້ອັນດັບ 4 ແລະ ເຫຼືອການແຂ່ງຂັນອີກ 6 ລາຍການ.

ທັງນີ້, ສະຫະພັນລອຍນ້ຳແຫ່ງຊາດຂອງຫວຽດນາມຄາດວ່າ ຫງຽນ ທິ ອັນ ວຽນ ມີລຸ້ນ 7-8 ຫຼຽນຄຳ, ເພາະສົບທຽບສະຖິຕິຫຼ້າສຸດແລ້ວເຫັນວ່າ ຫງຽນ ທິ ອັນ ວຽນ ເໜືອກວ່າຄູ່ແຂ່ງຈາກຊາດອື່ນໆ.

ສຳລັບຜົນງານ ຊີເກມ ຄັ້ງຜ່ານມາ ຫງຽນ ທິ ອັນ ວຽນ ຍາດມາໄດ້ 3 ຫຼຽນຄຳ ແລະ 2 ຫຼຽນເງິນ ຂະນະທີ່ ການແຂ່ງຂັນ ເອຊຽນ ເກມ ຄັ້ງທີ 17 ທີ່ ສ ເກົາຫຼີ ໄດ້ 2 ຫຼຽນທອງ.
ສຳລັບ ຊີເກມ 2015 ຫວຽດນາມ ສົ່ງຄະນະນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 602 ຄົນ ປະກອບດ້ວຍນັກກິລາ 392 ຄົນ , ຄະນະນຳ 192 ຄົນ ແລະ ຄະນະແພດຕິດຕາມ 18 ຄົນ ຕັ້ງເປົ້າໝາຍຢ່າງໜ້ອຍ 60-70 ຫຼຽນ ຄຳ ຈາກ 17 ປະເພດກິລາ. ປັດຈຸບັນຍາດມາດໄດ້ແລ້ວ 32 ຫຼຽນຄຳ, 15 ຫຼຽນເງິນ ແລະ 37 ຫຼຽນທອງ ຢູ່ອັນດັບ 3 ຂອງຕາຕະລາງສະຫຼຸບຫຼຽນ.

11402667_866237623413885_8221798725567130641_n

ຂໍ້ມູາຈາກ: seagames2015.com & wikipedia.org