ສັດປ່າ 56% ໃນຮ້ານອາຫານຂອງຫວຽດນາມຕິດເຊື້ອໄວຣັດໂຄໂຣນ່າ

ເວັບໄຊ nypost.com ລາຍງານໃຫ້ຮູ້ວ່າ ພົບເຫັນອັດຕາການຕິດເຊື້ອໄວຣັດໂຄໂຣນາໃນສັດປ່າຈຳນວນຫຼາຍທີ່ໃຫ້ບໍລິການຕາມຮ້ານອາຫານຕ່າງໆໃນປະເທດຫວຽດນາມ.

ໃນຂະນະທີ່ປະເທດ ຫວຽດນາມ ກຳລັງຊອກຫາວິທີຢຸດການນຳເຂົ້າສັດທີ່ບໍ່ໄດ້ຜ່ານການກວດກາ ເພື່ອນຳມາປຸງແຕ່ງເປັນເມນູອາຫານທີ່ບໍລິການໃນຮ້ານອາຫານເຊັ່ນ: ໝີ, ເຈຍ, ແມວ, ເຫງັນ, ງູ, ລິງ ແລະ ລິ່ນ. ໃນການສຶກສາທີ່ພົບໃນບັນທຶກທາງຊີວະພາບກ່ອນພິມລົງ bioRxiv ນັກວິໄຈພົບວ່າໜູປ່າ 56% ຕິດເຊື້ອໄວຣັດໂຄໂຣນ່າ.

ຈາກການສຶກສາວິໄຈ, ນັກວິໄຈໄດ້ເກັບຕົວຢ່າງຈາກຮ້ານອາຫານ 70 ແຫ່ງໃນຫວຽດນາມ ແລະ ກວດພົບໄວຣັດໂຄໂຣນ່າກັບສັດປ່າໃນ 6 ໝວດ ແຕ່ໃນປັດຈຸບັນຍັງບໍ່ມີຫຼັກຖານຊີ້ໃຫ້ເຫັນວ່າໄວຣັດເຫຼົ່ານີ້ເປັນໄພຄຸກຄາມຕໍ່ສຸຂະພາບຂອງມະນຸດ; ເທັກນິກໃນຫ້ອງປະຕິບັດການທີ່ໃຊ້ໃນການສຶກສາ ສາມາດນຳໄປໃຊ້ເພື່ອກວດຈັບໄວຣັດທີ່ເກີດຂຶ້ນໃໝ່ກັບມະນຸດ, ສັດ ແລະ ພືດ ໃນອານາຄົດ.

 

ຮຽບຮຽງຂ່າວ: ພຸດສະດີ