ໄວລຸ້ນໄທລຸມທຳຮ້າຍຮ່າງກາຍ ຄອບຄົວນັກທ່ອງທ່ຽວຊາວອັງກິດ ຖືກຕຳຫລວດຈັບຍົກແກ໊ງ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ເມສາຜ່ານມານີ້ ກ່ຽວກັບເຫດການ ຄອບຄົວນັກທ່ອງທ່ຽວຊາວອັງກິດ 3 ຄົນ ຖືກກຸ່ມໄວໜຸ່ມຊາວໄທ ທຳຮ້າຍຮ່າງກາຍຢ່າງຮຸນແຮງ ໃນໄລຍະບຸນກຸດສົງການຜ່ານມາ ໂດຍເຫດການດັ່ງກ່າວ ເກີດຂຶ້ນໃນວັນທີ 13 ເມສາ 2016 ທີ່ເມືອງຫົວຫິນ ແຂວງປະຈວບຄິຣິຂັນ ປະເທດໄທ.

ຈາກການສືບສວນຂອງເຈົ້າໜ້າທີ່ຕຳຫລວດໄທພົບວ່າ ນັກທ່ອງທ່ຽວຊາວອັງກິດຜູ້ເປັນລູກ ອາຍຸ 40 ກວ່າປີ ໄດ້ບັງເອີນຍ່າງໄປຕຳກັນຖືກບໍລິເວນບ່າໄຫລ່ ຂອງໄວໜຸ່ມຊາວໄທຄົນໜຶ່ງ ທີ່ກຳລັງຍ່າງຖືແກ້ວເຫລົ້າມາ ເຮັດໃຫ້ຊາຍໜຸ່ມຄົນດັ່ງກ່າວ ເກີດຄວາມບໍ່ພໍໃຈ ແລ້ວໄດ້ຍູ້ໂຕນັກທ່ອງທ່ຽວຊາວອັງກິດ ຈົນລົ້ມລົງກັບພື້ນ.

ຫລັງຈາກນັ້ນ ໄດ້ມີພໍ່ ແລະ ແມ່ຂອງນັກທ່ອງທ່ຽວຄົນດັ່ງກ່າວ ອາຍຸປະມານ 60 ກວ່າປີ ໄດ້ຍ່າງເຂົ້າມາຫ້າມ ແລະ ໂຕ້ຖຽງກັນກັບຊາຍໄທຜູ້ກໍ່ເຫດ ຊຶ່ງໄລຍະຕໍ່ມາບໍ່ດົນ ກໍມີກຸ່ມໄວໜຸ່ມໄທຫລາຍຄົນ ພາກັນເຂົ້າມາລຸມທຳຮ້າຍຮ່າງກາຍ ທັງສາມຄົນພໍ່ແມ່ລູກ ຈົນໝົດສະຕິລົງນອນກັບພື້ນ ກ່ອນທີ່ຈະມີຄົນໄທທີ່ພາກັນຢືນເບິ່ງ ເຂົ້າມາໃຫ້ຄວາມຊ່ວຍເຫລືອ.

ແນວໃດກໍຕາມ, ຕຳຫລວດໄທ ສາມາດຈັບກຸມຄົນຮ້າຍໄດ້ແລ້ວ 3 ຄົນ ໂດຍທັງສາມ ໄດ້ຖືກດຳເນີນຄະດີ ຂໍ້ຫາຮ່ວມກັນທຳຮ້າຍຮ່າງກາຍຜູ້ອື່ນ ຈົນໄດ້ຮັບອັນຕະລາຍສາຫັດ, ສ່ວນຄົນຮ້າຍອີກຜູ້ໜຶ່ງ ຍັງຄົງເອົາຕົວຫລົບໜີ.

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!