ໄຟໄໝ້ອາຄານ “ເດຶ ມາລຶນາ ທອດຊ໌” ໃນດູໄບຄັ້ງທີ 2 ໃນຮອບ 2 ປີ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງດູໄບ ປະເທດ ສະຫະລັດອາຣັບເອມີເຣດ ເມື່ອວັນທີ 4 ສິງຫາ 2017 ວ່າສຳນັກງານປ້ອງກັນໄພພົນລະເຮືອນດູໄບລາຍງານເກີດເຫດໄຟໄຫມ້ອາຄານ “ເດຶ ມາລຶນາ ທອດຊ໌” ເມື່ອຕອນເຊົ້າຂອງຄືນວັນສຸກຕາມເວລາທ້ອງຖິ່ນ ເຈົ້າຝນ້າທີ່ໄດ້ໄປກວດສອບ ແລະ ເຂົ້າຄວບຄຸມເຫດການ ພົບວ່າຕົ້ນເພີງເກີດຈາກສ່ວນກາງຂອງອາຄານທີ່ມີຄວາມສູງ 79 ຊັ້ນ ຈິ່ງໄດ້ມີການອົບພະຍົບປະຊາຊົນອອກຈາກອາຄານ ຮວມ ເຖິງຄົນທີ່ອາໃສຢູ່ອາຄານໃກ້ຄຽງ ເພື່ອອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ເຂົ້າຄວບຄຸມເພີງໄໝ້ ເຊິ່ງໃຊ້ເວລາ 2-3 ຊົ່ວໂມງກວ່າຈະສາມາດຄວບຄຸມໄດ້

ເຊິ່ງສາເຫດໃນການເກີດໄຟໄໝ້ຄັ້ງນີ້ແມ່ນກຳລັງຢູ່ໃນຂັ້ນຕອນການສືບສວນ ໂດຍເບື້ອງຕົ້ນຍັງບໍ່ມີລາຍງານຜູ່ເສຍຊີວິດ ຫຼື ໄດ້ຮັບບາດເຈັບ ອາຄານດັ່ງກ່າວມີຄວາມສູງໃນອັນດັບ 32 ຂອງໂລກ ມີຄວາມສູງ 336.8 ແມັດ ເຄີຍໄຟໄໝ້ມາແລ້ວເທື່ອໜຶ່ງເມື່ອປີ 2015