ໄຟໄໝ້ຫໍພັັກນັກຮຽນຢູ່ຕວກກີ ມີຜູ້ເສຍຊີວິດ 12 ຄົນ ບາດເຈັບອີກ 22

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ພະຈິກນີ້ວ່າ ເກີດເຫດໄຟໄໝ້ອາຄານຫໍພັກນັກຮຽນ ໃນເມືອງອາດານາ ທາງພາກໃຕ້ຂອງປະເທດຕວກກີ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 12 ຄົນ ຊຶ່ງໃນນັ້ນເປັນນັກຮຽນ 11​ ຄົນ ແລະ ເປັນຄູສອນພິເສດອີກ 1 ຄົນ ສ່ວນຜູ້ໄດ້ຮັບບາດເຈັບມີທັງໝົດ 22 ຄົນ ເບື້ອງຕົ້ນເຈົ້າໜ້າທີ່ຕວກກີລະບຸວ່າ ສາເຫດຂອງໄຟໄໝ້ຄັ້ງນີ້ ອາດເກີດຈາກກະແສໄຟຟ້າລັດວົງຈອນ.

ທັງນີ້ ຫໍພັກດັ່ງກ່າວ ເປັນຫໍພັກຂອງເອກະຊົນ ຊຶ່ງເປີດຮັບນັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍເຂົ້າອາໄສຢູ່ ໂດຍໃນຂະນະເກີດເຫດ ມີນັກຮຽນເຂົ້າພັກຢູ່ໃນຫໍພັກແຫ່ງນີ້ທັງໝົດ 34 ຄົນ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!