ໄຟຟ້າລາວມະຫາຊົນແຈ້ງການ! ລາຍງານສະພາບເຂື່ອນນໍ້າງື່ມ 1

ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ (ເຂື່ອນໄຟຟ້ານໍ້າງື່ມ 1) ລາຍງານຕໍ່ສະຖານະການ ແລະ ປະລິມານມວນນໍ້າງື່ມໃນປະຈຸບັນວ່າ ອີງຕາມໃບລາຍງານສະພາບນໍ້າຂອງເຂື່ອນນໍ້າງື່ມ 1 ເລກທີ 3278/ຜ-ຟຟລ.ນງ, ລົງວັນທີ 03 ກັນຍາ 2018 ສັງລວມໄດ້ 04 ຫົວຂໍ້ດັ່ງນີ້:

  1. ລະດັບນໍ້າໜ້າເຂື່ອນ ແມ່ນເພີ່ມຂື້ນ 3 ຊັງຕີແມັດ ແລະ ທ້າຍເຂື່ອນ ແມ່ນເພີ່ມຂື້ນ 10 ຊັງຕີແມັດ.
  2. ປະລິມານນໍ້າໄຫຼເຂົ້າອ່າງທັງຫມົດເທົ່າກັບ 1,760.6 m3/ວິນາທີ ຫຼື ເທົ່າກັບ 152,116,224 m3/ມື້ ແລະ ອອກອ່າງນໍ້າງື່ມທັງໝົດເທົ່າກັບ 1,647.5 m3/ວິນາທີ ຫຼື ເທົ່າກັບ 142,347,024 m3/ມື້.
  3. ການຜິດດ່ຽງປະລິມານນໍ້າໄຫຼເຂົ້າ ແລະ ໄຫຼອອກອ່າງ ເຮັດໃຫ້ລະດັບນໍ້າຫນ້າເຂື່ອນໃນ 24 ຊົ່ວໂມງແມ່ນເພີ່ມຂື້ນ 3 ຊັງຕີແມັດ.
  4. ຂໍ້ມູນຈຸດຕິດຕາມລະດັບນໍ້າ ຕາມໄມ້ຫລາແທກນໍ້າທຽບໃສ່ເວລາດຽວກັນຂອງມື້ວານ ຕາມສາຍນໍ້າລີກ ແລະ ນໍ້າງື່ມຕອນລຸ່ມ ແຕ່ລະເຂດສາຍແມ່ນມີຄວາມຫລຸດລື່ນກັນໄປເປັນແຕ່ລະຈຸດໆດັ່ງນີ້:

ຈິ່ງແຈ້ງເຕືອນໃຫ້ປະຊາຊົນທີ່ອາໄສຢູ່ໃກ້ຄຽງແມ່ນໍ້າ ເຝົ້າລະວັງຕໍ່ລະດັບນໍ້າທີ່ມີການປ່ຽນແປງຕະຫຼອດເວລາດ້ວຍ.

 

 

ແຫລ່ງຂ່າວ: ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ (ເຂື່ອນໄຟຟ້ານໍ້າງື່ມ 1)