ໄຟຟ້ານະຄອນຫລວງເລັ່ງສ້ອມແປງລະບົບໄຟຟ້າທີ່ເສຍຫາຍ ຈາກຜົນກະທົບພາຍຸລະດູຮ້ອນ

ພາຍຸລະດູຮ້ອນໄດ້ພັດເຂົ້າຕົວເມືອງນະຄອນຫຼວງວຽງຈັນ ເມື່ອວັນທີ 25 ເມສາ 2018 ໃນເວລາ 18:00 ນາທີ ເຮັດໃຫ້ເກີດຄວາມເສຍຫາຍເປັນວົງກວ້າງ ໂດຍສະເພາະເຂດ 4 ເມືອງ ທັງເສົາໄຟຫັກລົ້ມ, ສາຍໄຟຂາດ ແລະ ສິ່ງປຸກສ້າງຕ່າງໆເປ່ເພເສຍຫາຍຈາກແຮງລົມ.

 

4 ຕົວເມືອງໃຫຍ່ທີ່ໄດ້ຮັບຜົນກະທົບໜັກປະກອບມີ: ເມືອງໄຊເສດຖາ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ ແລະ ເມືອງນາຊາຍທອງ.

ໃນຕອນເຊົ້າວັນທີ 26/04/2018 ທາງຝ່າຍປະຕິບັດການໄຟຟ້ານະຄອນຫລວງ ໄດ້ສຸມກຳລັງລົງສ້ອມແປງລະບົບໄຟຟ້າທີ່ເສຍຫາຍ ຈາກຜົນກະທົບພາຍຸລະດູຮ້ອນທີ່ພັດຖະລົ່ມ ໃນຄືນວັນທີ 25/04/2018 ທີ່ຜ່ານມາ ເຊິ່ງປະຈຸບັນ ໄດ້ສ້ອມແປງສຳເລັດໄປແລ້ວບາງສ່ວນ ເຊັ່ນ: ຈຸດເສັ້ນທາງຕັດໄຫມ່ຫນອງບຶກ,ຈຸດທາງເຂົ້າບ.ຫນອງປີງ,ຈຸດບ້ານອາກາດ ,ບ້ານສີໄຄ.ບຫນອງຫນ້ຽວ ສ່ວນບາງບ້ານ ບາງຈຸດ ທີ່ຍັງທັນໄດ້ໃຊ້ໄຟຟາ້ທາງພວກເຮົາກໍ່ຈະສຶບຕໍ່ແກ້ໄຂໃຫ້ສຳເລັດ .

ລັດວິສາຫະກິດໄຟຟ້າລາວ ກໍ່ຄືຝ່າຍປະຕິບັດການໄຟຟ້ານະຄອນຫລວງກໍ່ຂໍອະໄພໃນຄວາມບໍ່ສະດວກໃນການຊົມໃຊ້ໄຟຟ້າມານະທີ່ນີ້ດ້ວຍ.