ໄປສະນີໄທ ກວດພົບຢາອີ ມູນຄ່າຫຼາຍກວ່າ 50 ລ້ານບາດ ສົ່ງຈາກເຢຍລະມັນ ມາ ລາວ ຫໍ່ຊ້ອນໃນເມັດກາເຟ

0
1322

ວັນທີ 10 ມັງກອນ 2022 ເວລາ 15:00 ທີ່ຈຸດກວດສອບໄປສະນີ ຢູ່ທີ່ສູນໄປສະນີກຸງເທບ, ຫ້ອງການພາສີກຸງເທບ ໄດ້ມີຖະແຫຼງຂ່າວ ການກວດຍຶດຢາເສບຕິດທີ່ໃຫ້ໂທດປະເພດ 1 ຄື ຢາເສບຕິດປະເພດ ເອັກຕາຊີ (Xtacy) ຫຼື ຢາອີ ໂດຍນໍາເຂົ້າມາຈາກປະເທດເຢຍລະມັນ ເພື່ອຜ່ານແດນໄທມາຍັງ ສປປ. ລາວ ເຊິ່ງມີມູນຄ່າຫຼາຍກວ່າ 50 ລ້ານບາດ.

ທ່ານ ໄຊຍຸດ ຄໍາຄຸນ ທີ່ປຶກສາດ້ານການພັດທະນາລະບົບຄວບຄຸມພາສີ ຢູ່ໄທ ກ່າວວ່າ ຂະນະທີ່ເຈົ້າໜ້າທີ່ໄປສະນີກໍາລັງຄັດແຍກພັດສະດຸທີ່ກໍາລັງຈະຖືກສົ່ງລະຫວ່າງປະເທດ ໄປຍັງປາຍທາງ ກໍໄດ້ພົບກ່ອງພັດສະດຸຈໍານວນ 2 ກ່ອງ ເຊິ່ງສົ່ງມາຈາກປະເທດເຢຍລະມັນ ໄປຍັງປາຍທາງນັ້ນກໍຄື ສ.ປ.ປ ລາວ ໂດຍເຮັດໃຫ້ຄືກັບວ່າ ມັນແມ່ນຊັອກໂກແລັດ ແລະ ເມັດກາເຟ ແຕ່ຈາກການກວດສອບເອັກສະເລຈາກໜ້າຈໍຄອບພິວເຕີ ພົບວ່າມີຄວາມໜ້າສົງໄສ ຍ້ອນສິ່ງຂອງໃນກ່ອງມີການຊ້ອນທັບກັນ ຈຶ່ງທໍາການກວດສອບ ແລະ ແກະພັດສະດຸທັງ 2 ກ່ອງເພື່ອພິສູດ, ຜົນປາກົດວ່າ ເປັນຢາເສບຕິດປະເພດ 1 ຄື ເອັກຕາຊີ ຫຼື ຢາອີ ບັນຈຸຢູ່ໃນຖົງກາເຟສໍາເລັດຮູບ ແລະ ມີຖົງຊັອກໂກແລັດທັບໄວ້, ໂດຍທີ່ກ່ອງທໍາອິດມີຢາອີຢູ່ 7 ຖົງ ສ່ວນກ່ອງທີ 2 ມີຢາອີ 12 ຖົງ ລວມຈໍານວນທັງໝົດແມ່ນ 50,290 ເມັດ, ນໍ້າໜັກ 23 ກິໂລກຣັມ ມີມູນຄ່າປະມານ 50 ລ້ານບາດ (ປະມານ 17,5 ຕື້ ກີບ).

ເຊື່ອວ່າ ບຸກຄົນນໍາສົ່ງເປັນຄົນດຽວກັນ ໂດຍປາຍທາງເປັນບຸກຄົນໃນ ລາວ ເອງ, ສໍາລັບສິນຄ້າທັງ 2 ກ່ອງນີ້ ເປັນຜະລິດຕະພັນທີ່ສົ່ງຜ່ານທາງເຮືອ ຈຶ່ງເຮັດໃຫ້ສິນຄ້າທັງ 2 ກ່ອງ ຕ້ອງຜ່ານການຄັດແຍກຈາກໄທ ກ່ອນສົ່ງຕໍ່ມາຍັງ ສປປ. ລາວ ເຊິ່ງເປັນຄັ້ງທໍາອິດທີ່ກວດພົບຢາເສບຕິດໃນພັດສະດຸລະຫວ່າງປະເທດ.

ໂດຍຫຼັງຈາກນີ້, ທາງການໄທ ຈະປະສານໄປຍັງໜ່ວຍງານທີ່ກ່ຽວຂ້ອງ ລວມເຖິງປະເທດຕົ້ນທາງ ແລະ ປາຍທາງ ເພື່ອດໍາເນີນການສືບສວນ ຈັບກຸມຂະບວນຄ້າຢາເສບຕິດຂ້າມຊາດລາຍນີ້ຕໍ່ໄປ.

ຂໍ້ມູນຈາກ: mgronline