ໄນຈີເຣຍທຳລາຍວັກຊີນໂຄວິດ-19 ໝົດອາຍຸ 1 ລ້ານກວ່າໂດສ

ເວັບໄຊ PPTV ລາຍງານ: ທາງການໄນຈີເຣຍ ໄດ້ທຳລາຍວັກຊີນປ້ອງກັນໂຄວິດ-19 ຂອງແອັສຕາເຊນິກ້າທີ່ໝົດອາຍຸຈຳນວນ 1 ລ້ານກວ່າໂດສ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນ ພາຍຫຼັງມີການສົ່ງຕໍ່ຂໍ້ມູນໃນສື່ອອນລາຍວ່າ ລັດຖະບານນຳໃຊ້ວັກຊີນທີ່ໄຮ້ປະສິດທິພາບ.

ທ່ານ ໄຟຊານ ຊົວອິບ (Faisal Shuaib) ຜູ້ອຳນວຍການບໍລິຫານຫ້ອງການພັດທະນາການດູແລສຸຂະພາບຂັ້ນພື້ນຖານແຫ່ງຊາດໄນຈີເຣຍກ່າວວ່າ: ການຂາດແຄນວັກຊີນໃນທະວີບອາຟລິກກາ ເຮັດໃຫ້ໄນຈີເຣຍເປີດຮັບວັກຊີນບໍລິຈາກທັງທີ່ຮູ້ວ່າມັນມີອາຍຸການເກັບຮັກສາໃນໄລຍະທີ່ສັ້ນ ປັດຈຸບັນທາງການໄນຈີເຣຍໄດ້ທຳລາຍວັກຊີນແອັສຕາເຊນີກ້າທັງໝົດ 1,066,214 ໂດສ ເຊິ່ງຈະຊ່ວຍໃຫ້ປະຊາຊົນມີຄວາມເຊື່ອໝັ້ນໃນໂຄງການສີດວັກຊີນຂອງລັດຖະບານ ແລະໄນຈີເຣຍຈະບໍ່ຮັບເອົາວັກຊີນໃດໆທີ່ມີອາຍຸການເກັບຮັກສາໄລຍະສັ້ນອີກຕໍ່ໄປ.

ຜູ້ຊ່ຽວຊານດ້ານສຸຂະພາບກ່າວວ່າ ໄນຈີເຣຍຈຳເປັນຕ້ອງເລັ່ງສີດວັກຊີນຈາກປັດຈຸບັນທີ່ 1 ແສນໂດສຕໍ່ວັນ ເພື່ອໃຫ້ບັນຸເປົ້າໝາຍທີ່ຈະສີດວັກຊີນໃຫ້ປະຊາກອນຫຼາຍກວ່າເຄິ່ງໜຶ່ງໃນທ້າຍປີ 2022 ຂະນະທີ່ຂໍ້ມູນຂອງອົງການອະນາໄມໂລກໃນກາງເດືອນທັນວາ 2021 ພົບວ່າ ໄນຈີເຣຍສີດວັກຊີນແລ້ວ 12,971,729 ໂດສ.