ໄທ​ຕະ­ຫຼາດ​ຫຼັກ​ສົ່ງ​ອອກ​ສາ­ລະ​ວັນ

0
1901

ເຖິງ​ແມ່ນ​ວ່າການ​ສົ່ງ​ອອກ​ໃນສົກ​ປີ​ນີ້​ຈະ​ມີ​ການ​ພິກ​ຜັນ​ຈາກ​ຫຼາຍ​ປີ​ທີ່ຜ່ານ​ມາ​ກໍ​ຕາມ, ແຕ່​ໂດຍ​ລວມ​ແລ້ວ​ກໍຍັງ​ເຫັນ​ວ່າ​ມີ​ບັນ­ຍາ­ກາດ​ສືບ­ຕໍ່​ຄຶກ­ຄື້ນ​ຢູ່ສະ­ເພາະ​ໄລ­ຍະ 9 ເດືອນ​ມາ​ນີ້ ແຂວງສາ­ລະ​ວັນ​ມີ​ຍອດ​ການ​ສົ່ງ​ອອກ​ແລ້ວ ຫຼາຍ​ກວ່າ 80%, ໃນ​ນີ້ ໄທ ຍັງ​ເປັນ​ຕະຫຼາດ​ຫຼັກ​ຂອງ​ການ​ສົ່ງ​ອອກ​ພາຍ​ໃນແຂວງ​ກວມ​ເອົາ 53% ຂອງ​ຍອດ​ການສົ່ງ​ອອກ​ທັງ​ໝົດ.

ທ່ານ ສີ​ສຸ­ພັນ ເທບ​ວົງ­ສາ ຫົວ­ໜ້າ​ພະແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ແຂວງສາ­ລະ​ວັນ​ໃຫ້​ຮູ້​ວ່າ: ການ​ສົ່ງ​ອອກ​ສິນ­ຄ້າໃນ​ໄລ­ຍະ 9 ເດືອນ​ຂອງ​ສົກ​ປີ​ນີ້​ຢູ່ ແຂວງສາ­ລະ​ວັນ ເຫັນ​ວ່າ ຍັງ​ສືບ­ຕໍ່​ເຄື່ອນ​ໄຫວໄປ​ໃນ​ທິດ​ທາງ​ທີ່​ຕັ້ງ­ໜ້າ ແລະ​ມີ​ຜົນ​ສຳເລັດ​ໃນ​ຫຼາຍ​ດ້ານເນື່ອງ​ຈາ​ກວ່າ​ໄມ້ ແລະ​ຜະ­ລິດ​ຕະ​ພັນ​ໄມ້​ທີ່​ເຄີຍ​ມີ​ອັດ­ຕາກວມ​ເອົາ​ຫຼາຍ​ກວ່າ 50% ຂອງ​ມູນ​ຄ່າການ​ສົ່ງ​ອອກ, ແຕ່​ປີ​ນີ້ກວມ​ເອົາ 15,8% ຊຶ່ງ​ກົງ­ກັນ­ຂ້າມ​ກັບ​ໝວດ​ສິນ­ຄ້າ​ກະ​ສິກຳ​ໄດ້​ກາຍ​ມາ​ເປັນ​ສິນ­ຄ້າ​ຫຼັກ​ໃນ​ການສົ່ງ​ອອກ​ໃນ 9 ເດືອນ​ສົກ​ປີ​ນີ້ ມີ​ອັດ­ຕາກວມ​ເອົາ 84,34% ຂອງ​ມູນ​ຄ່າ​ການສົ່ງ​ອອກ​ທັງ​ໝົດ.

ແຕ່​ເຖິງ​ແມ່ນ​ວ່າການ​ສົ່ງ​ອອກ​ສິນຄ້າ​ກະ­ສິ­ກຳ​ຈະ​ເພີ່ມ​ຂຶ້ນ​ກວມ​ເອົາ 84% ໃນ​ການ​ສົ່ງ​ອອກ​ກໍ​ຍັງ​ບໍ່​ພຽງ­ພໍ​ກັບ​ການ ຫຼຸດ​ລົງ​ຂອງ​ມູນ​ຄ່າ​ສິນ­ຄ້າ​ໄມ້ ແລະ​ ຜະລິດ​ຕະ​ພັນ​ໄມ້ ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງອອກ​ໂດຍ​ລວມ​ຫຼຸດ 10% ກວ່າ​ເມື່ອ​ທຽບໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ, ສ່ວນຕະ­ຫຼາດ​ສົ່ງ​ອອກ​ສິນ­ຄ້າແມ່ນ​ບັນ­ດາ​ປະ­ເທດ​ໃກ້​ຄຽງເປັນ­ຕົ້ນ ສສ ຫວຽດ­ນາມ, ໄທ, ກຳ­ປູ­ເຈຍ ແລະ ປະ­ເທດ​ຈີນ ລວມມູນ​ຄ່າ​ທັງ​ໝົດ 27,58 ລ້ານ​ໂດ​ລາ, ໃນ​ນັ້ນ ຫຼາຍ​ກວ່າ​ໝູ່​ແມ່ນ​ໄປປະ­ເທດ​ໄທ​ມູນ​ຄ່າ 14,62 ລ້ານ​ໂດ​ລາ.

ສ່ວນ​ການ​ນຳ​ເຂົ້າ​ສິນ­ຄ້າ​ເຫັນ​ວ່າ​ຫຼຸດ ລົງ​ຫຼາຍ ຖ້າ​ທຽບ­ໃສ່​ໄລ­ຍະ​ດຽວ ກັນ​ຂອງ ປີ­ຜ່ານ­ມາ ຫຼຸດ​ລົງ 19,77%, ໃນ​ນັ້ນ ສິນ­ຄ້າ​ນຳ​ເຂົ້າ​ສ່ວນ​ຫຼາຍ​ຈະ​ແມ່ນ​ໝວດ ເຄື່ອງ​ຈັກ, ລົດ​ໄຖ​ນາ ແລະ​ອຸ­ປະ­ກອນ ກົນ​ຈັກ​ຮັບ​ໃຊ້​ໂຮງ­ງານ​ມູນ​ຄ່າ 1,78 ລ້ານ​ໂດ​ລາ, ໃນ​ນີ້ ສ່ວນ​ຫຼາຍ​ແມ່ນ​ນຳ ເຂົ້າ​ຈາກ​ປະ­ເທດ​ໄທ ແລະ​ຫວຽດ­ນາມ.

ທ່ານ​ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ​ການ​ຄ້າແຂວງ​ສາ­ລະ​ວັນ ​ຍັງ​ໃຫ້​ຮູ້ອີ​ກວ່າ: ເພື່ອ​ເຮັດ​ໃຫ້​ແຜນ­ການ​ສົ່ງ​ອອກບັນ­ລຸ​ຕາມ​ເປົ້າ​ໝາຍ​ຂອງ​ສົກ​ປີ​ທີ່​ວາງໄວ້​ນັ້ນ, ໃນ 3 ເດືອນ​ທ້າຍ​ສົກ​ປີ​ນີ້ ທາງແຂວງ​ຈະ​ສືບ­ຕໍ່​ເລັ່ງ​ໃສ່​ຊຸກ­ຍູ້​ສົ່ງ­ເສີມການ​ຜະ­ລິດ​ສິນ­ຄ້າ​ກະ­ສິ­ກຳ​ດ້ວຍ​ຮູບການ​ຊອກ​ຕະ­ຫຼາດ, ການ​ຍາດ​ແຍ່ງ​ແຫຼ່ງທຶນ​ສ້າງ​ໂຮງ­ງານ​ແປ​ຮູບ ພ້ອມ​ກັນ​ນັ້ນ ກໍ​ເພີ່ມ​ທະ­ວີ​ການ​ປະ­ສານ​ງານ​ກັນ​ລະຫວ່າງ​ຂະ­ແໜງ­ການ​ຕ່າງໆ​ຂອງ​ພາກລັດ​ໃຫ້​ມີ​ຄວາມ​ກົມ­ກຽວ​ຂຶ້ນ ແລະ​ເປັນເອ­ກະ​ພາບ​ກັນ.

ທີ່ມາ: ເສດຖະກິດ-ສັງຄົມ