ໄທເລື່ອນສົງການໄປຈັດເດືອນກໍລະກົດ! 13-15 ເມສາ ເຂົ້າການປົກກະຕິ

ຮອງໂຄສົກປະຈຳສຳນັກງານນາຍົກລັດຖະມົນຕີຂອງປະເທດໄທ ເປີດເຜີຍວ່າ ເທດສະການສົງການປີນີ້ຂອງໄທ ຈະເລື່ອນໄປຈັດໃນເດືອນກໍລະກົດແທນ ຈາກປົກກະຕິຈະຈັດໃນວັນທີ 13-15 ເມສາ ແຕ່ເພື່ອຫຼີກລ່ຽງການແຜ່ລະບາດຂອງໂຣກໄວຣັດໂຄໂຣນາ ຫຼື ໂຄວິດ-19 ຈຶ່ງເຮັດໃຫ້ໃນວັນທີ 13-15 ເມສານີ້ ເປັນວັນເຂົ້າການປົກກະຕິ.

ການເຄື່ອນໄຫວນີ້ເກີດຂຶ້ນໃນຂະນະທີ່ປະເທດໄທພົບຜູ້ຕິດເຊື້ອໂຄວິດ-19 ອີກ 32 ຄົນໃນມື້ວານນີ້ ເຮັດໃຫ້ຈຳນວນສະສົມຂອງຜູ້ຕິດເຊື້ອເພີ່ມຂຶ້ນຢູ່ທີ່ 114 ຄົນ ເຊິ່ງເປັນການເພີ່ມຂຶ້ນຫຼາຍທີ່ສຸດນັບຕັ້ງແຕ່ເລີ່ມມີການລະບາດໃນປະເທດ.

ນອກຈາກນີ້, ເທດສະການສົງການຍັງເປັນຊ່ວງທີ່ປະຊາຊົນຈຳນວນຫຼາຍເດີນທາງກັບບ້ານ ເຊິ່ງອາດຈະເຮັດໃຫ້ການແຜ່ກະຈາຍຂອງໄວຣັສດັ່ງກ່າວເກີດຂຶ້ນຢ່າງໄວວາໃນຕອນນີ້ ມາດຕະການເລື່ອນເທດສະການສົງການຈຶ່ງເປັນວິທີໜຶ່ງໃນວິທີການທີ່ລັດຖະບານໃຊ້ຄວບຄຸມການແຜ່ລະບາດຂອງພະຍາດ.

 

ຮຽບຮຽງຂ່າວ:​ ພຸດສະດີ