ໄທມອບເຄື່ອງຊ່ວຍເຫຼືອດ້ານການແພດ ຕ້ານໂຄວິດ-19 ໃຫ້ລາວ

ສຳນັກຂ່າວສານປະເທດລາວ ລາຍງານໃນວັນທີ 29 ກັນຍາ 2020 ວ່າ ຢູ່ກະຊວງການຕ່າງປະເທດໄທ, ທ່ານ ແສງ ສຸຂະຕິວົງ ເອກອັກຄະລັດຖະ ທູດລາວ ປະຈຳຣາຊະອານາຈັກໄທ ໄດ້ເຂົ້າຮັບເຄື່ອງຊ່ວຍເຫຼືອທາງການແພດ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ຈາກລັດຖະບານໄທ ທີ່ມອບໃຫ້ລັດຖະ ບານລາວ, ໂດຍມີ ທ່ານ ນາງ ອາຈະລີ ສີລັດຕະນະເບົາ ອະທິບໍດີ (ຫົວໜ້າກົມ) ອາຊີຕະເວັນອອກ, ທ່ານ ກຽດຕິຄຸນ ຊາດປະເສີດ ປະທານ ສະ ມາຄົມໄທ-ລາວ ເພື່ອມິດຕະພາບ ແລະ ຜູ້ບໍລິຫານສະຖາບັນເທັກໂນໂລຊີ ພະຈອມກ້າວເຈົ້າຄຸນທະຫານລາດກະບັງ, ພ້ອມພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ອຸປະກອນຊ່ວຍເຫຼືອໃນຄັ້ງນີ້, ປະກອບມີ: ເຄື່ອງກວດຫາເຊື້ອໂຄວິດ-19 ແບບຄວາມດັນບວກ ຈຳ ນວນ 4 ເຄື່ອງ ແລະ ເຄື່ອງກວດອຸນນະພູມອັດຕະໂນມັດ 4 ເຄື່ອງ, ໂດຍເປັນນະວັດຕະກຳເທັກໂນໂລຊີ ຂອງສະຖາບັນພຣະຈອມກ້າວ ເຈົ້າຄຸນທະຫານລາດກະບັງ. ພ້ອມນັ້ນ, ສະມາຄົມໄທ-ລາວ ເພື່ອມິດຕະ ພາບ ແລະ ກົມອາຊີຕາເວັນອອກ ຍັງຈະຈັດຫາເຄື່ອງຊ່ວຍຫາຍໃຈອີກ ຈຳນວນ 10 ຊຸດ ມາມອບໃຫ້ລັດຖະບານ ສປປ ລາວ ໃນອະນາຄົດອັນໃກ້ນີ້.

ການມອບອຸປະກອນຊ່ວຍເຫຼືອຄັ້ງນີ້, ເປັນສ່ວນໜຶ່ງໃນການເສີມສ້າງ ຄວາມສຳພັນທີ່ດີ ລະ ຫວ່າງ ສອງປະເທດ ແລະ ກໍເປັນໂອກາດສະເຫຼີມສະຫຼອງ ວັນຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ (19/12/1950-2020).

ຮຽບຮຽງຂ່າວ: ພຸດສະດີ