ໄຖນາແລ້ວພົບພຣະພຸດທະຮູບ 2 ອົງຢູ່ທີ່ແຂວງບໍ່ແກ້ວ!!

ໃນວັນທີ 12 ມີຖຸນາ 2021 ທີ່ຜ່ານມາໄດ້ມີທ້າວຊາຍທອງ ພອນຈະເລີນ ອາຍຸ 34 ປີ ປະຊາຊົນບ້ານໃຫຍ່ນໍ້າປຸກ (ຄຸ້ມໃຕ້) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງໃນເວລາປະມານ 17:00 ຜູ້ກ່ຽວໄດ້ພົບເຫັນພະພຸດທະຮູບ 2 ອົງ ໃນຂະທີ່ກໍາລັງໄຖນາ. ຜູ້ກ່ຽວຈຶ່ງໄດ້ແຈ້ງຕໍ່ກັບອໍານາດການປົກຄອງບ້ານເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງລົງກວດກາ.

ຜ່ານການກວດກາຂອງວິຊາການທີ່ກ່ຽວຂ້ອງເຫັນວ່າເປັນພຣະພຸດທະຮູບປາງຊະນະມານ ທີ່ເຮັດດ້ວຍທອງສໍາລິດ 1 ອົງ ມີລວງສູງປະມານ 20,2 cm, ອົງພະສູງ 19,5 cm, ໜ້າຕັກກວ້າງ 12 cm ແລະ ມີນ້ຳໜັກ 1,7 kg ແລະ ພຣະພຸດທະຮູບທີ່ເຮັດດ້ວຍທອງເຫຼືອງ1 ອົງ ມີລວງສູງລວມ 21 cm, ອົງພະສູງ 17 cm, ໜ້າຕັກກວ້າງ 11,5 cm ແລະ ມີນ້ຳໜັກ 1,2 kg.

ພຣະພຸດທະຮູບທັງ 2 ອົງນີ້ທາງວິຊາການກອງພິພິທະພັນໄດ້ຂື້ນທະບຽນໃຫ້ເປັນຊັບສົມບັດຂອງຊາດ ແລະ ອໍານາດການປົກຄອງບ້ານທັງ 3 ຄຸ້ມ ໄດ້ເຫັນດີໃຫ້ອັນເຊີນມາປະດິດສະຖານໄວ້ທີ່ວັດສີດອນມູນ ສາສະດາຣາມ ບ້ານໃຫຍ່ນໍ້າປຸກ (ຄຸ້ມໃຕ້) ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ.