ໄຊຍະບູລີຮັບຜົນກະທົບຈາກພາຍຸຊິນລາກຸ ຫຼາຍໝູ່ບ້ານເກີດນໍ້າຖ້ວມ

ຕາມການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃນ ວັນທີ 02 ສິງຫາ 2020 ບອກວ່າ: ພາຍຸຊິນລາກຸ (Sinlaku) ຫົວທີ 3 ໃນເວລາ 7 ໂມງເຊົ້າ ຂອງວັນທີ 02 ສິງຫາ 2020, ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.2 ອົງສາ ເໜືອ ແລະ ເສັ້ນແວງທີ 106.1 ອົງສາຕາເວັນອອກ, ພວມເຄື່ອນທີ່ໄປທາງທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.

ຕາມການລາຍງານຂອງ ສຳນັກຂ່າວສານປະເທດລາວ ໃນວັນທີ 2-3 ສິງຫາ 2020ນີ້ ເມືອງເງິນ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ທັງເວັນ ແລະ ຄືນ ມາຮອດຕອນເຊົ້າເວລາ 5:30 ນາທີ ຂອງວັນທີ 3 ສິງຫາ 2020 ໄດ້ເຮັດໃຫ້ແມ່ນໍ້າຍາງ ເຊິ່ງເປັນແມ່ນໍ້າສາຍຫຼັກຂອງເມືອງ ບວກກັບນໍ້າປ່າໄຫລລັ່ງເຂົ້າຖ້ວມ ທົ່ງນາ ຮົ້ວ-ສວນຂອງປະຊາຊົນ ແລະ ຖ້ວມບ້ານເຮືອນຂອງປະຊາຊົນບ້ານແກ້ວດອນຄູນ.

ຕາມລາຍງານຈາກປະຊາຊົນ ທີ່ບ້ານຕົ້ນຕານ ແລະ ປະຊາຊົນບ້ານເໜືອງ ເມືອງບໍ່ແຕນ,​ ໄຊຍະບູລີ ນ້ຳໄດ້ໄຫຼເຂົ້າຖ້ວມມາແຕ່ວັນທີ 2 ສິງຫາເປັນຕົ້ນມາ.

ປັດຈຸບັນ, ພໍ່-ແມ່ປະຊາຊົນ, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂອງເມືອງ ກໍາລັງເລັ່ງໃຫ້ຄວາມຊ່ວຍເຫຼືອຂົນຍ້າຍເຄື່ອງຂອງ ແລະ ສັດລ້ຽງ ອອກຈາກເຂດດັ່ງກ່າວໄປໄວ້ໃນເຂດທີ່ປອດໄພ ສ່ວນມູນຄ່າການເສຍຫາຍຈະແຈ້ງໃຫ້ຊາບຕາມພາຍຫຼັງ.

 

ຮຽບຮຽງຂ່າວ: ພຸດສະດີ