ໄຂຂໍ້ຂ້ອງໃຈ! ຕັ້ງວົງດື່ມສຸຣາຮ່ວມກັນສ່ຽງຕິດໂຄວິດ-19 ໄດ້ແນວໃດ?

bottoms up alcohol beer

ຫຼາຍຄົນອາດສົງໃສກ່ຽວກັບການຕັ້ງວົງຊຸມແຊວເປັນຫຍັງຈຶ່ງມີຄວາມສ່ຽງຕໍ່ການຕິດເຊື້ອໂຄວິດ-19 ອາດຈະກ່າວໄດ້ວ່າມັນມີຄວາມເປັນໄປໄດ້ສູງທີ່ຄົນດື່ມແອລກໍຮໍແກ້ວດຽວກັນ ເຖິງຈະແຍກຈອກ ຫຼື ດື່ມແກ້ວໃຜມັນຈະໄດ້ຮັບເຊື້ອ ເນື່ອງຈາກວ່າໃນເວລາດື່ມເມື່ອມຶນເມົານັກດື່ມສ່ວນໃຫຍ່ກໍ່ມັກຂາດສະຕິດຖືເບົາໃນການລະວັງຕົວ ອາດຈະມີການຕຳຈອກ, ຕຳແກ້ວກັນເພື່ອສະແດງເຖິງຄວາມຮັກແພງ ລວມໄປເຖິງອາຫານຂອງແກ້ມອາດບໍ່ມີການໃຊ້ບ່ວງກາງໃນການຕັກອາຫານສິ່ງເຫຼົ່ານີ້ມັນລ້ວນເກີດຂຶ້ນໄດ້ສະເໝີ ດັ່ງນັ້ນ, ຈຶ່ງເຮັດໃຫ້ມີໂອກາດໄດ້ຮັບເຊື້ອໄວຣັດງ່າຍຂຶ້ນ.

ເຊື້ອໄວຣັດໂຄວິດ-19 ຈະກະຈາຍຕິດຢູ່ຜິວຂອງວັດຖຸໂລຫະ ແລະ ຢູ່ນຳອາກາດ ຖ້າຫາກວ່າມີໃຜຄົນໜຶ່ງໃນວົງຊຸມແຊວຫາກມີການໄອ ຫຼື ຈາມ ເຊື້ອໄວຣັດຈະເຂົ້າຜ່ານທາງປາກ, ດັງ ແລະ ຕາ ພຽງທ່ານນັ່ງໃກ້ກັນ ຫາຍໃຈໃກ້ກັນກໍ່ອາດຈະໄດ້ຮັບເຊື້ອ ເນື່ອງຈາກວ່າເຊື້ອໄວຣັດມັນຈະມີໄລຍະຝັກຕົວຢູ່ໃນຫ່າງກາຍຂອງຜູ້ຕິດເຊື້ອເປັນເວລາ 14 ວັນກ່ອນສະແດງອາການ ແຕ່ໃນໄລຍະຝັກຕົວຂອງເຊື້ອມັນພັດສາມາດກະຈາຍເຊື້ອສູ່ຄົນອື່ນໄດ້. ດັ່ງນັ້ນ, ທ່ານຈະບໍ່ສາມາດຮູ້ລ່ວງໜ້າເລີຍວ່າຄົນທີ່ນັ່ງຮ່ວມວົງກັບທ່ານນັ້ນແມ່ນໃຜເປັນຜູ້ຕິດເຊື້ອໂຄວິດ-19.

ທ່ານ ຣັດສະມົນ ກັນລະຍາສິຣິ ສາດສະດາຈານ ພະແນກຈິດວິທະຍາ ມະຫາວິທະຍາໄລຈຸລາລົງກອນ ໄດ້ກ່າວວ່າ ແອລກໍຮໍເປັນສາເຫດເພີ່ມຄວາມສ່ຽງໃນໂຣກຕິດເຊື້ອເຊັ່ນ: ວັນນະໂຣກ, ປອດບວມ, ໂຣກຕິດເຊື້ອໃນປອດ ສ່ວນເຊື້ອໄວຣັດໂຄວິດ-19 ເປັນໄວຣັດທີ່ກໍ່ໃຫ້ເກີດອັນຕະລາຍໃນປອດເຊັ່ນດຽວກັນ ຜູ້ທີ່ດື່ມແອລກໍຮໍເປັນປະຈຳ ມີໂອກາດຮັບເຊື້ອງ່າຍກວ່າຄົນປົກກະຕິ ເພາະເມື່ອແອລກໍຮໍເຂົ້າສູ່ຮ່າງກາຍມັນຈະເຂົ້າໄປທຳລາຍພູມຄຸ້ມກັນ ເຮັດໃຫ້ເມັດເລືອດຂາວທຳງານຂ້າເຊື້ອໂຣກໃນຮ່າງກາຍໄດ້ບໍ່ເຕັມທີ່ ສົ່ງຜົນໃຫ້ຕິດເຊື້ອຕ່າງໆໄດ້ງ່າຍ ການຕັ້ງວົງດື່ມສຸຣາກັບເພື່ອນ ຫຼື ທ່ຽວໃນສະຖານບັນເທີງແມ່ນມີຄວາມສ່ຽງສູງຫາກມີຜູ້ຕິດເຊື້ອໄວຣັດໂຄວິດ – 19 ຢູ່ຮ່ວມໃນກຸ່ມ ພຽງແຕ່ທ່ານຫາຍໃຈ ຫຼື ຈັບສິ່ງຂອງຮ່ວມກັບຜູ້ຕິດເຊື້ອ ກໍ່ສາມາດຮັບເຊື້ອໂຄວິດ-19 ເຂົ້າສູ່ຮ່າງກາຍໂດຍທີ່ທ່ານບໍ່ຮູ້ຕົວ.

 

ຮຽບຮຽງຂ່າວ: ພຸດສະດີ