ໃນແຕ່ລະປີລາວມີຜູ້ຕິດເຊື້ອ HIV ຫຼາຍກວ່າ 1.000 ຄົນ

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ແຮງງານເຄື່ອນຍ້າຍກໍມີຫຼາຍ ເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ, ແຕ່ລະປີ ຍັງມີຜູ້ຕິດເຊື້ອຫຼາຍກວ່າ 1.000 ຄົນ, ຜູ້ຊາຍມີເພດສຳພັນກັບຊາຍ ຍັງຕິດເຊື້ອສູງ

ໃນກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອສ ປະຈໍາປີ 2020 ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດຕ້ານເອສ ກ່າວວ່າ ປະຈຸບັນອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນ ກໍ່ສະໜັບສະໜູນງົບປະມານ ນັບມື້ນັບໜ້ອຍລົງ.

ປະເທດຂອງພວກເຮົາປະສົບຂໍ້ຫຍຸ້ງຍາກຫຼາຍດ້ານ ແລະ ມີບັນຫາທາງດ້ານງົບປະມານ, ດ້ານການຕອບໂຕ້ຕໍ່ເຊື້ອເຮສໄອວີ ພະຍາດເອດ ກໍຍັງມີຫຼາຍສິ່ງທ້າທາຍຄື: ແຮງງານເຄື່ອນຍ້າຍກໍມີຫຼາຍ ເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ, ແຕ່ລະປີ ຍັງມີຜູ້ຕິດເຊື້ອຫຼາຍກວ່າ 1.000 ຄົນ, ຜູ້ຊາຍມີເພດສຳພັນກັບຊາຍ ຍັງຕິດເຊື້ອສູງ, ການສົ່ງເຊື້ອຈາກແມ່ຫາລູກມີທ່າອ່ຽງສູງຂຶ້ນ, ນ້ຳຢາກວດເລືອດຊອກຫາການຕິດເຊື້ອເຮສໄອວີບໍ່ພຽງພໍ, ຜູ້ຕິດເຊື້ອເຮສໄອວີ ແລະ ຜູ້ເປັນພະຍາດເອດຍັງຂາດການຕິດຕາມ ແລະ ການກິນຢາກໍຍັງບໍ່ຕໍ່ເນື່ອງ ແລະ ເປັນປົກກະຕິ ຍ້ອນມີຂໍ້ຫຍຸ້ງຍາກດ້ານສະພາບພະຍາດໂຄວິດ ແລະ ຂາດງົບປະມານມາຮັບການບໍລິການ ກວດສຸຂະພາບ ແລະ ມາຮັບຢາ ເຊິ່ງແຕ່ລະປີມີຜູ້ທີ່ຕ້ອງການປິ່ນປົວດ້ວຍຢາ ARV ຫຼາຍກວ່າ 7.000 ຄົນ.

ຮຽບຮຽງຂ່າວ: ພຸດສະດີ