ໃນຮອບຊຸດລອຍນ້ຳລາວເຮົາຕິດ 1 ໃນ 5 ທີ່ໄດ້ຮັບຄະແນນໂຫວດສູງສຸດ

ເມື່ອວັນທີ 19 ຕຸລາ 2017 ຜົນໂຫວດໄດ້ປະກາດອອກມາຢ່າງເປັນທາງການແລ້ວ ສຳລັບ Top 10 ທີ່ໄດ້ຮັບຄະແນນໂຫວດສູງສຸດໃນຮອບຊຸດລອຍນ້ຳ ແລະ ມິສແກຣນລາວ 2017 “ຈິນນາລີ ນໍລາສິງ” ກໍ່ຕິດ 1 ໃນ 5 ເວທີປະກວດມິສແກຣນ 2017 ທີ່ປະເທດຫວຽດນາມ ກຳລັງເຂັ້ມຂຸ້ນຂື້ນທຸກມື້ ເພາະໃກ້ຈະຮອດມື້ປະກວດຮອບຕັດສິນແລ້ວ (26 ຕຸລາ 2017) ກອງເຊຍແຕ່ລະປະເທດຕ່າງກໍ່ສົ່ງແຮງໃຈມາເຊຍນາງງາມຂອງປະເທດຂອງຕົນ ກອງເຊຍລາວເຮົາກໍ່ບໍ່ໜ້ອຍໜ້າໃຜ ງານນີ້ຕ້ອງເຊຍສຸດໃຈເພາະເປັນຄັ້ງປະຫວັດສາດທີ່ລາວເຮົາສົ່ງຕົວແທນນາງງາມເຂົ້າຮ່ວມປະກວດເວທີລະດັບໂລກ

ທ່ານຍັງສາມາດຮ່ວມເຊຍ ມິສແກຣນລາວ 2017 ໄດ້ໂດຍການເຂົ້າໄປກົດໄລນ໌ ຫຼື ກົດແຊຣ ຮູບ “ຈິນນາລິ ນໍລາສິງ” ໄດ້ໃນເຟສບຸກເພສ ຫຼື ໄອຈີ MissGrandInternational2017

ຈາກຮອບຊຸດລອຍນ້ຳເຮົາປ່ຽນບັນຍາກາດມາເບິ່ງການເດີນແບບຂອງ “ຈິນນາລີ” ໃນງານ Welcome Gala Dinner, Phu Quoc Island ງານນີ້ບອກເລີຍວ່າ ມິສແກຣນລາວ ຂອງເຮົາງາມສະຫງ່າບໍ່ແພ້ຊາດໃດໃນໂລກ ທ່າຢ່າງໂດດເດັ່ນດັ່ງກັບນາງແບບມືອາຊີບ

https://www.instagram.com/p/BabLagjAIt5/?taken-by=missgrandlaos

1 COMMENT

  1. ຂໍມີຄຳເຫັນເລື່ອງຂຽນຂ່າວ. ສຳລັບຄຳສັບ ຫລື ພະຍາງ ທີ່ວ່າ” ບໍ່ແພ້” ຊາດໃດໃນໂລກ ນີ້ຖືກກັບພາສາລາວແລ້ວບໍ? ຖືກວ່າເຮົາປ່ຽນຄຳສັບໃຫມ່ແລ້ວ, ຄວນກວດເບີ່ງວັດຈະນານຸກົມລາວອີກ? ຂ້າພະເຈົ້າຄິດວ່າແມ່ນສັບພາສາໄທ. ແພ້ ….. ອັນນີ້ກໍ່ແລກປ່ຽນນຳເນາະ ຖ້າຜິດພາດປະກາຍໃດກໍ່ຂໍໂທດຂໍອະໄພນຳເນາະ!

Comments are closed.