ໃນສະຫະລັດພົບຜູ້ຕິດເຊື້ອໃໝ່ເກີນ 1 ລ້ານຄົນ ພາຍໃນມື້ດຽວ!!

ໂຄວິດ-19 ສາຍພັນໃໝ່ ໂອໄມຄຣອນ ໃນສະຫະລັດອາເມລິກາຫຼາຍຂຶ້ນເຮັດໃຫ້ມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງວ່ອງໄວເຖິງ 1 ລ້ານຄົນພາຍໃນມື້ດຽວ ເຊິ່ງເປັນສະຖິຕິທີ່ສູງທີ່ສຸດທັງພາຍໃນປະເທດ ແລະ ຕ່າງປະເທດ ນັບຕັ້ງແຕ່ທີ່ມີໂຄວິດ-19 ລະບາດໃນ 2 ປີກ່ອນ.

ໃນວັນທີ 4 ມັງກອນ 2022 ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ທາງການຂອງສະຫະລັດອາເມລິກາໄດ້ຖະແຫຼງຂ່າວວ່າພົບຜູ້ຕິດເຊື້ອໂຄວິດ-19 ໂອໄມຄຣອນ ໃໝ່ເປັນຈໍານວນ 1 ລ້ານກວ່າຄົນພາຍໃນມື້ດຽວ ແລະ ໄດ້ທໍາລາຍສະຖິຕິຜູ້ຕິດເຊື້ອຕໍ່ມື້ສູງທີ່ສຸດທັງພາຍໃນ ແລະ ຕ່າງປະເທດໃນທົ່ວໂລກ ແລະ ໃນຂະນະນີ້ ທາງສະຫະລັດກໍາລັງປະເຊີນກັບການລະບາດຢ່າງໄວວາຂອງເຊື້ອໂຄວິດ-19 ໂມໄມຄຣອນ ທີ່ໄດ້ກາຍເປັນເຊື້ອໂຄວິດ-19 ສາຍພັນຫຼັກທີ່ມາລະບາດແທນສາຍພັນເດລຕາ.

ຈາກການແຜ່ລະບາດຢ່າງນັກໜ່ວງຂອງເຊື້ອໂຄວິດໂອໄມຄຣອນ ສົ່ງຜົນເຮັດໃຫ້ໂຮງຮຽນຫຼາຍພັນແຫ່ງ ລວມທັງໃນຕົວເມືອງໃຫຍ່ ແລະ ຢູ່ໃນບາງເມືອງຂອງສະຫະລັດຕ້ອງໄດ້ເລື່ອນການເປີດຮຽນອອກໄປ ໂດຍມີການໃຫ້ນັກຮຽນຮຽນທາງອອນລາຍແທນ.