ໃຊ້ນ້ຳກ້ອນແນບທ້ອງ 30 ນາທີ ຫລຸດຄວາມຕຸ້ຍ ໄດ້ແທ້!

816769-topic-ix-0

ປົກກະຕິ​ນ້ຳ​ກ້ອນ​ຈະ​ຖືກ​ນຳ​ມາ​ໃຊ້​ເພື່ອຫ​ລຸດ​ອາການ​ບວມ ​ຫລື ​ຫລຸດ​ການ​ອັກ​ເສບ ລ່າ​ສຸດ​ນັກ​ວິທະຍາ​ສາດ​ໂຮງຮຽນແພດ ແຫ່ງ​ມະຫາ​ວິທະຍາ​ໄລ ເຄນຕັກກີ ພົບ​ວ່າ ນ້ຳ​ກ້ອນ​ສາມາດ​ຊ່ວຍ ຫລຸດ​ນ້ຳ​ໜັກ ໄດ້​ແທ້ ພຽງ​ແຕ່​ໃຊ້​ນ້ຳ​ກ້ອນ​ແນບ​ບໍລິເວນ​ທີ່​ມີ​ການ​ສະ​ສົມ​ຂອງ​ໄຂ​ມັນ​ຫລາຍ​ໆ ເຊັ່ນ ຕົ້ນ​ຂາ ກະ​ໂພກ ໜ້າ​ທ້ອງ ພຽງ​ແຕ່ 30 ນາ​ທີ ກໍ​ສາມາດ​ຊ່ວຍ​ເຜົາ​ຜານ​ແຄ​ລໍ​ລີ​ໄດ້​ແລ້ວ

ຄົນ​ເຮົາ​ມີ​ເນື້ອ​ເຍື່ອ ໄຂມັນ​ຢູ່ 2 ປະ​ເພດ ຄື ໄຂ​ມັນ​ຂາວ ທີ່​ເຮັດໃຫ້​ໜ້າ​ທ້ອງ ​ແລະ ​ກະ​ໂພກ​ໃຫ່ຍ​ຈົນ​ກາຍ​ເປັນ​ຄວາມ​ຕຸ້ຍ ສ່ວນ ໄຂ​ມັນ​ນ້ຳ​ຕານ ຈະ​ຖືກຮ່າງກາຍເຜົາຜານໃຫ້ກາຍເປັນ ພະລັງ​ງານ ນ້ຳ​ກ້ອນ​ຈຶ່ງ​ໄປ​ຊ່ວຍ​ກະຕຸ້ນ​ຮ່າງກາຍ​ໃຫ້​ປ່ຽນ​ໄຂ​ມັນ​ຂາວ​ໃຫ້​ກາຍ​ເປັນ​ໄຂ​ມັນ​ນ້ຳ​ຕານ​ນັ້ນ​ເອງ

ນັກ​ວິທະຍາ​ສາດ​ໄດ້​ຄົ້ນ​ພົບ​ວ່າ ​ໄຂ​ມັນ​ສີ​ຂາວ​ເມື່ອ​ໄດ້ຮັບ​ຄວາມ​ເຢັນ​ແຮງໆ ຈະ​ສາມາດ​ປ່ຽນ​ຊະນິດ​ເປັນ​ໄຂ​ມັນ​ສີ​ນ້ຳ​ຕານໄດ້ ນັກ​ວິ​ໄຈ​ຈຶ່ງ​ເອີ້ນ​ມັນ​ວ່າ  ສີ​ເບຈ ເຊິ່ງ​ກ່ອນ​ໜ້າ​ນີ້​ ຄິ​ນິກ​ເສີມ​ຄວາມ​ງາມ​ຕ່າງໆ ກໍ​ໄດ້​ມີ​ການ​ໃຊ້​ຄວາມ​ເຢັນ​ມາ​ແນບ​ບໍລິເວນ​ທີ່​ມີ​ໄຂ​ມັນ​ສ່ວນ​ເກີນ​ເພື່ອ ຫລຸດ​ຄວາມ​ຕຸ້ຍ ນໍາ​ເຊັ່ນ​ກັນ