ໂຮງໝໍ​ມະ​ໂຫສົດ ເລີ່​ມໃຫ້​ບໍລິການ​ຢາ​​ຄຸມ​ກຳ​ເນີ​ດແບບໃໝ່

mahosot

 

ໃນ​ວັນ​ທີ 22 ​ຕຸລານີ້ ໂຮງໝໍ​ມະ​ໂຫສົດ ໄດ້​ເລີ່​ມ​ໃຫ້​ບໍລິການ​ຢາ​ຄຸມ​ກຳ​ເນີ​ດແບບໃໝ່ (ຊະນິດຝັງ) ແລະ ມີ​ການ​ແນະນຳ

​ແລະ ​ໃຫ້​ຄຳ​ປຶກສາ​ແກ່​ແມ່ຍິງ​ທີ່​ຕ້ອງການ​ໃຊ້ຢາ​ຝັງ​ຄຸມ​ກຳ​ເນີ​ດດັ່ງກ່າວ.

 

ທ່ານນາງ ພິມ​ມະ​ສອນ ສິລິ​ມະ​ໂນ​ທຳ ຮອງຫົວໜ້າ​ພະ​ແນ​ກອອກລູກ ​ແມ່ ​ແລະ ​ເດັກ ໂຮງໝໍ​ມະໂຫສົດ ​ໃຫ້ຮູ້ວ່າ:​ຢາຝັງ

​ຄຸມ​ກຳ​ເນີ​ດຈະ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ວິທີການ​ຄຸມ​ກຳ​ເນີ​ດທົ່ວ​ໄປ ​ເນື່ອງ​ຈາກ​ມີ​ຄວາມສະດວກ​, ມີ​ປະສິດທິ​ຜົນ​ສູງ ​ແລະ

ສາມາດ​ໃຊ້​ໄດ້​ດົນ​ເຖິງ 3 ປີ​, ບໍ່​ຈຳ​ເປັນຕ້ອງທຽວ​ໄປ​ຫາ​ແພດໝໍ​ຫລາຍ​ເທື່ອ, ສາມາດ​ມີ​ລູກ​ໄດ້​ທັນທີ​ເມື່ອ​ເອົາ​ຢາ​ຄຸມ​ກຳ

​ເນີ​ດອອກ ​ແລະ ສາມາດ​ເຮັດ​ວຽກ​ໜັກ​ໄດ້​ເປັນ​ປົກກະຕິ, ເປັນ​ວິທີ​ທີ່​ເໝາະ​ສົມ​ສຳລັບ​ແມ່ຍິງ​ທີ່​ຍັງ​ບໍ່​ພ້ອມ​ມີ​ລູກ ​ແລະ

ຕ້ອງການ​ຢາກ​ມີ​ລູກ​ຫ່າງ, ສາມາດປ້ອງ​ກັນ​ການ​ຖືພາ​ຢ່າງ​ມີ​ປະສິດທິ​ຜົນ​ 99% ​ແຕ່ບໍ່​ສາມາດ​ປ້ອງ​ກັນພະຍາດ​ຕິດຕໍ່

​ທາງ​ເພດ​ສຳພັນ ແລະ ພະຍາດ​ເອສໄດ້.

 

ສຳລັບ​ຜົນ​ຂ້າງຄຽງໃນ​ການ​ໃຊ້​ຢາ​ດັ່ງກ່າວ​ແມ່ນປະຈຳ​ເດືອນ​ຈະ​ມີ​ການ​ປ່ຽນ​​ແປງ, ບາງ​ຄົນ​ອາດມີ​ອາການ​ເຈັບຫົວ,​ ເປັນ​

ສິວ, ວິ​ນຫົວ, ປວກ​ຮາກ, ອາການ​ສົນ​ໃນ​ໄລຍະ​ນຳໃຊ້ເບື້ອງຕົ້ນ ແລະ ແມ່ຍິງ​ສາມາດ​ໃຊ້​ຢາ​ຝັງ​ຄຸມ​ກຳ​ເນີ​ດ​ໄດ້​ທຸກ​ເວລາ​ທີ່​

ຕ້ອງການຖ້າ​ຫາກ​ມີ​ຄວາມ​ແນ່ນອນ​ວ່າ​ບໍ່​ໄດ້​ຖືພາ, ແມ່​ຍິງ​ທີ່​ເກີດ​ລູກ​ໄດ້ 6 ອາທິດຂຶ້ນ​ໄປສາມາດ​ຝັງ​ຢາ​ຄຸມ​ກຳ​ເນີ​ດ​ໄດ້

​ເມື່ອ​ຄົບ​ກຳນົດ 3 ປີ ຕ້ອງ​ໄດ້​ເອົາ​ຢາ​ຝັງ​ຄຸມ​ກຳ​ເນີ​ດອອກ ​ແລະ ສາມາດ​ໃສ່​ຢາໃໝ່​ໄດ້​ທັນທີ, ແຕ່​ຢາ​ຝັງ​ຄຸມ​ກຳ​ເນີ​ດນີ້ບໍ່​

ຄວນ​ໃຊ້​ກັບ​ແມ່ຍິງ​ທີ່​ຖືພາ, ແມ່ຍິງ​ທີ່​ຫາກໍ່​ເກີດ​ລູກ​ໄດ້ 6 ​ເດືອນ ແລະ ລ້ຽງລູ​ກດ້ວຍ​ນົມ​​ແມ່, ແມ່ຍິງ​ເປັນ​ພະຍາດ​ຕັບ​ຮ້າຍ

​ແຮງ ແລະ ​ເປັນ​ພະຍາດ​ເສັ້ນ​ເລືອດ​ອຸດ​ຕັນ.

 

ໃນ​ວັນ​ດຽວ​ກັນ ຢູ່​ໂຮງໝໍ​ເສດຖະທິລາດ ນະຄອນຫລວງ​ວຽງ​ຈັນ ກໍ​ໄດ້​ເປີດ​ໃຫ້​ຄຳ​ປຶກສາ ແລະ ບໍລິການ​ຢາ​ຝັງ​ຄຸມ​ກຳ

​ເນີ​ດ​ເຊັ່ນ​ດຽວ​ກັນ.

 

ແຫລ່ງຂ່າວ: ລາວພັດທະນາ