ໂຮງແຮມ 5 ດາວຂອງ ປກສ ຈະສຳເລັດການກໍ່ສ້າງ ຕ້ອນຮັບກອງປະຊຸມ ສຸດຍອດອາຊຽນ

ໃນໂອກາດທີ່ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພົນຕີ ສົມແກ້ວ ສີລາວົງ ໄດ້ລົງຕິດຕາມເບິ່ງຄວາມຄືບໜ້າ ໂຄງການກໍ່ສ້າງໂຮງແຮມ 5 ດາວ ຂອງກະຊວງປ້ອງກັນຄວາມສະຫງົບ, ທີ່ຕັ້ງຢູ່ໃກ້ກັບອານຸສາວະລີເຈົ້າຟ້າງຸ່ມ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້, ທ່ານ ເລວັນເຮືອງ ຮອງອຳນວຍການໃຫຍ່ ບໍລິສັດລົງທຶນ ແລະ ພັດທະນາວຽງຈັນ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປັດຈຸບັນ ການກໍ່ສ້າງໂຮງແຮມດັ່ງກ່າວ ມີຄວາມຄືບໜ້າຫລາຍກວ່າ 75% ໂດຍສະເພາະໄດ້ສຳເລັດການກໍ່ສ້າງ ອາຄານໂຮງແຮມ ແລະ ອາຄານໃຫ້ເຊົ່າ ທີ່ມີຄວາມສູງຫລາຍຊັ້ນ ເຊິ່ງຄາດວ່າຈະເປີດທົດລອງນຳໃຊ້ ໃນເດືອນມິຖຸນາ ແລະ ອາດຈະເປີດໃຫ້ບໍລິການຢ່າງເປັນທາງການ ໃນເດືອນກໍລະກົດທີ່ຈະເຖິງນີ້ ເພື່ອຮອງຮັບກອງປະຊຸມສຸດຍອດທີ່ ສປປ ລາວ ຈະເປັນເຈົ້າພາບຈັດ ໃນເດືອນກັນຍາທີ່ຈະເຖິງນີ້.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງ ປກສ ກໍໄດ້ເຂົ້າໄປຢ້ຽມຊົມເບິ່ງຫ້ອງວີໄອພີ (VIP) ທີ່ຈະກຽມໄວ້ຮອງຮັບ ແຂກມາເຂົ້າຮ່ວມກອງປະຊຸມ ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ພ້ອມທັງໄດ້ສະແດງຄວາມຍ້ອງຍໍ ຕໍ່ບໍລິສັດລົງທຶນທີ່ໄດ້ເອົາໃຈໃສ່ ໃນການກໍ່ສ້າງໂຄງການສຳຄັນນີ້ ໄດ້ດຳເນີນໄປຕາມແຜນ, ພ້ອມທັງຊຸກຍູ້ໃຫ້ບໍລິສັດຜູ້ລົງທຶນ, ພະນັກງານກຳມະກອນ ສຸມທຸກເຫື່ອແຮງ ເພື່ອຮັບປະກັນໃຫ້ໂຄງການດັ່ງກ່າວ ສຳເລັດຕາມແຜນການວາງໄວ້.

 

ແຫລ່ງຂ່າວ:

ລພນ