ໂຮງຮຽນໃນເມືອງ ນິວເດລີ ຕ້ອງໄດ້ປິດຮຽນ 1 ອາທິດ ຍ້ອນຄ່າຝຸ່ນ PM 2.5 ສູງເຖິງ 300 ເຊິ່ງເກີນມາດຕະຖານ

ຈາກການລາຍງານຂອງ ເວັບໄຊ້ຕ່າງປະເທດ ວ່າ: ໂຮງຮຽນທຸກແຫ່ງໃນເມືອງນິວເດລີ ເມືອງຫຼວງຂອງປະເທດອິນເດຍຕ້ອງປິດໂຮງຮຽນຊົ່ວຄາວເປັນເວລາ 1 ອາທິດ  ເຊິ່ງເລີ່ມມີຜົນບັງຄັບນັບຕັ້ງແຕ່ວັນທີ 15 ພະຈິກ ທີ່ຜ່ານມາເປັນຕົ້ນໄປ ເພື່ອຫຼີກລ່ຽງອັນຕະລາຍທີ່ຈະເກີດຂຶ້ນກັບສຸຂະພາບຂອງເດັກນ້ອຍ ຫຼັງຈາກທີ່ປະລິມານມົນລະພິດໃນອາກາດເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ ໂດຍໃນວັນເສົາທີ່ຜ່ານມາສາມາດວັດແທກຄ່າຝຸ່ນ PM 2.5 ໄດ້ສູງເຖິງ 300 ເຊິ່ງຖືໄດ້ວ່າເປັນຄ່າທີ່ສູງເກີນກວ່າມາດຕະຖານຕາມຄໍາແນະນໍາຂອງອົງການອະນາໄມໂລກເຖິງ 20 ເທົ່າ.

ເມືອງນິວເດລີ ເປັນເມືອງທີ່ມີມົນລະພິດສູງສຸດເປັນອັນດັບຕົ້ນໆຂອງໂລກ ເນື່ອງຈາກມີການປ່ອຍມົນລະພິດອອກຈາກໂຮງງານ, ຄວັນລົດ ແລະ ການຈູດປ່າເພື່ອຖາກຖາງພື້ນທີ່ເຮັດກະສິກໍາ ສົ່ງຜົນເຮັດໃຫ້ເກີດມີມົນລະພິດປົກຄຸມຢູ່ໃນຊ່ວງອາກາດໜາວຂອງທຸກປີ.

ທາງການຂອງເມືອງນິວເດລີ ໄດ້ສັ່ງຫ້າມດໍາເນີນກິດຈະກໍາທີ່ກ່ຽວກັບການກໍ່ສ້າງຕັ້ງແຕ່ວັນອາທິດທີ່ຜ່ານມາ ລວມເປັນເວລາ 4 ມື້ ເພື່ອຊ່ວຍຫຼຸດປະລິມານຝຸ່ນລົງ ແລະ ສໍານັກງານຕ່າງໆຂອງພາກລັດ ໄດ້ສັ່ງໃຫ້ເຈົ້າໜ້າທີ່ເຮັດວຽກຢູ່ເຮືອນ ແລະ ຂໍຄວາມຮ່ວມມືກັບພາກເອກະຊົນໃຫ້ເຮັດວຽກຢູ່ເຮືອນໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ເພື່ອຫຼຸດອັດຕາການເດີນທາງໄປເຮັດວຽກ.

ສ່ວນທາງດ້ານຄະນະກໍາມະການຄວບຄຸມມົນລະພິດສ່ວນກາງ ໄດ້ອອກມາປະກາດເຕືອນປະຊາຊົນໃຫ້ຈໍາກັດການເຮັດກິດຈະກໍາກາງແຈ້ງ ແລະ ຫຼຸດຜ່ອນການອອກຈາກເຮືອນ ລວມທັງແນະນໍາໃຫ້ລັດຖະບານກຽນມາດຕະການສໍາຮອງໄວ້ເພື່ອຮັບມືໃນກໍລະນີສຸກເສີນ ໂດຍຄາດວ່າຄຸນນະພາບຂອງອາກາດໃນພື້ນທີ່ຈະຍັງເປັນພິດຢູ່ໄປປຈົນເຖິງວັນທີ 18 ພະຈິກ 2021.

ໂຮງໝໍຫຼາຍແຫ່ງໃນເມືອງນິວເດລີ  ໄດ້ມີຄົນເຈັບຈໍານວນຫຼາຍທີ່ເຂົ້າມາປິ່ນປົວດ້ວຍອາການຫາຍໃຈຍາກ ແລະ ພະຍາດທີ່ກ່ຽວກັບລະບົບການຫາຍໃຈ ໂດຍສະເພາະໃນຊ່ວງກາງຄືນຄົນເຈັບຈະມີອາການຫາຍໃຈບໍ່ອອກຈົນນນອນບໍ່ໄດ້.