ໂລກອອນໄລນ໌ວິຈານໜັກ! ຜູ້ເຖົ້າ 80 ປີ ແຕ່ງງານກັບເດັກຍິງອາຍຸ12 ປີ

ເມື່ອວັນທີ 12 ມັງກອນ 2017 ທີ່ຜ່ານມາ ເຟສບຸ໊ກ Deplorables Inc ໄດ້ເຜີຍແຜ່ຄລິບງານແຕ່ງງານທີ່ປະເທດ ອາຫລັບ ລະຫວ່າງຊາຍເຖົ້າອາຍຸ 80 ປີ ກັບເດັກຍິງ ໄວອາຍຸ 12 ປີ ຈົນມີຍອດຜູ້ເຂົ້າຊົມຫຼາຍກວ່າ 5.8 ລ້ານຄັ້ງ ພ້ອມກັບສຽງວິພາກວິຈານຈາກທົ່ວໂລກ.

ຄລິບໄດ້ຈັບພາບນາທີທີ່ເຈົ້າບ່າວຍ່າງເຂົ້າມາໃນເຮືອນ ແລະ ຍ່າງເຂົ້າໄປໃນຫ້ອງເຈົ້າສາວ ຂະນະທີ່ມີຍາດພີ່ນ້ອງຂອງເຈົ້າສາວອອກມາຕ້ອນຮັບເຈົ້າບ່າວ ແລະ ສົ່ງສຽງໂຫ້ຮ້ອງຍິນດີ ເຈົ້າບ່າວໄດ້ຫອມເຈົ້າສາວ ແລະ ຂຶ້ນໄປນັ່ງຂ້າງໆເທິງຕຽງ ດ້ວຍສີໜ້າທີ່ມີຄວາມສຸກ ເຊິ່ງຕ່າງຈາກສີໜ້າທ່າທາງຂອງເຈົ້າສາວທີ່ເຕັມໄປດ້ວຍຄວາມເສົ້າ ແລະ ຄວາມຢ້ານກົວ.

ຊາວໂຊຊ້ຽວຕ່າງກໍ່ອອກມາສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້ວ່າ ເດັກຍິງຄົນນີ້ຊ່າງເປັນຍິງສາວທີ່ໂຊກຮ້າຍ ພ້ອມສາບແຊ່ງເຈົ້າບ່າວ ແລະ ຍາດພີ່ນ້ອງຄອບຄົວຂອງເຈົ້າສາວ ແລະ ກ່າວວ່າເປັນປະເພນີທີ່ຕ່ຳຊາມໂຫດຮ້າຍທີ່ເຮັດໃຫ້ເດັກສາວແຕ່ງງານກັບຄົນເຖົ້າລຸ້ນລາວຄາວພໍ່ຕູ້ ແຕ່ເຖິງຢ່າງໃດກໍ່ຕາມກໍ່ຍັງມີຜູ້ທີ່ເຫັນດີກັບປະເພນີດັ່ງກ່າວອອກມາສະແດງຄວາມຄິດເຫັນຕອບໂຕ້ ພ້ອມເຕືອນວ່າ: ຢ່າເຂົ້າໄປຫຍຸ້ງກັບທຳນຽມປະເພນີຂອງຄົນອື່ນ ແລະ ອະທິບາຍວ່າ ນີ້ເປັນປະເພນີທ້ອງຖິ່ນທີ່ສືບຕໍ່ກັນມາຕັ້ງແຕ່ສະໃໝບູຮານ.

 

ແຫລ່ງຂ່າວຈາກ: https://www.khaosod.co.th/monitor-news/news_183728
ວິດິໂອຈາກ: Deplorables Inc

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!