ໂຕໂຢຕ້າ ເດີນໜ້າໂຮງງານ 4 ແຫ່ງໃນຍີ່ປຸ່ນແລ້ວ ຫຼັງຢຸດຈາກເຫດແຜ່ນດິນໄຫວ

0
1702

ໂຕໂຢຕ້າ ມໍເຕີ ເລີ່ມເດີນໜ້າສາຍງານປະກອບລົດໃນໂຮງງານ 4 ແຫ່ງທີ່ຍິ່ປຸ່ນໃນມື້ນີ້ ຫຼັງຈາກທີ່ຢຸດໄປເນື່ອງຈາກເກີດແຜ່ນດິນໄຫວທາງຕາເວັນຕົກສຽງໃຕ້ຂອງປະເທດ ຊຶ່ງເປັນເຫດໃຫ້ອາໄຫຼ່ລົດຂາດແຄນ.

ທັງນີ້ ນັບເປັນຄັ້ງທຳອິດທີ່ໂຕໂຢຕ້າ ເດີນໜ້າການຜະລິດໃນໂຮງງານທີ່ຢຸດໄປນັບຕັ້ງແຕ່ເກີດແຜ່ນດິນໄຫວຫຼາຍຮອບທີ່ແຂວງຄຸມາໂມໂຕະ ແລະ ໂອອິຕະ ເມື່ອກາງເດືອນເມສາ.