ໂຕເລກເສດຖະກິດນະຄອນຫຼວງຂະຫຍາຍໂຕຫຼຸດແຜນ 3,2%

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ແຈ້ງໃຫ້ຮູ້ວ່າ: ໂຕເລກເສດຖະກິດ ຢູ່ ນວ ຂະຫຍາຍໂຕຫຼຸດແຜນ 3,2% ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ເຊິ່ງຂະຫຍາຍຕົວພຽງ 6,3%, ຕາມຄາດໜາຍທີ່ວາງໄວ້ແມ່ນ 9,5%.

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະເໜີປັບບາງຕົວເລກຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ I ທີ່ໄດ້ຈັດຂື້ນມື້ວານນີ້ວ່າ: ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ, ອົງການປົກຄອງ ນວ ໄດ້ສະເໜີຂໍດັດແກ້ຕົວເລກອັດຕາການເຕີບໂຕ ຂອງເສດຖະກິດ (GDP) ຈາກແຜນການທີ່ສະພາປະຊາຊົນນະຄອນຫຼວງວຽງຈັນ ຈາກ 54.080 ຕື້ກີບ ມາເປັນ 52.​509 ຕື້ກີບ, ດັດແກ້ ຕົວເລກ (GDP) ສະເລ່ຍຕໍ່ຫົວຄົນ ຈາກ 6.120 ໂດລາ ມາເປັນ 6.004 ໂດລາ, ດັດແກ້ອັດຕາເພີ່ມຂອງຂະແໜງກະສິກໍາ-ປ່າໄມ້ຈາກ 4,5% ລົງມາເປັນ 3,2%, ດັດແກ້ອັດຕາເພີ່ມຂອງຂະແໜງອຸດສາຫະກໍາ ຈາກ 12,5% ລົງມາເປັນ 7,8%, ດັດແກ້ອັດຕາເພີ່ມຂອງ ຂະແໜງການບໍລິການ (ລວມທັງພາສີ-ອາກອນຜະລິດ ຕະພັນສຸດທິ) ຈາກ 10% ລົງມາເປັນ 5,1%.

ທ່ານ ສິນລະວົງ ໄດ້ສະເໜີຕື່ມອີກວ່າ:  ນອກນັ້ນຍັງຈະດັດແກ້ຫຼຸດແຜນລາຍຮັບ ຕາມແຜນສະພາປະຊາຊົນ ນະຄອນຫຼວງວຽງ ຈັນ ຮັບຮອງ ຈາກ 5.245,78 ຕື້ກີບ ມາເປັນ 4.044,46 ຕື້ກີບ (ຫຼຸດລົງ 1.201,32 ຕື້ກີບ), ດັດແກ້ຫຼຸດແຜນລາຍຈ່າຍ ຂອງ ນວ ຕາມແຜນສະພາປະຊາຊົນນະຄອນຫຼວງວຽງຈັນ ຮັບຮອງ ຈາກ (702,15 ຕື້ກີບ) ມາເປັນ 669,84 ຕື້ກີບ (ຫຼຸດລົງ 32,31 ຕື້ກີບ) ໃນນັ້ນ: ດັດແກ້ຫຼຸດລາຍຈ່າຍບໍລິຫານ ປົກກະຕິ ຈາກ 551,28 ຕື້ກີບ ມາເປັນ 549,35 ຕື້ກີບ (ຫຼຸດລົງ 1,93 ຕື້ກີບ) ແລະ ດັດແກ້ລາຍຈ່າຍໃນ ການລົງທຶນ ຈາກ 150,87 ຕື້ກີບ ມາເປັນ 120,49 ຕື້ກີບ (ຫຼຸດບ້ວງທຶນອື່ນໆລົງ 30,38 ຕື້ກີບ) ແລະ ອື່ນໆ.

 

ຮຽບຮຽງຂ່າວ: ພຸດສະດີ