ໂຊຣູມຂາຍລົດເມີຣຊິເດສ-ເບັນໃນຊຽງໄຮ້ຖະຫຼົ່ມ

ເມື່ອຊ່ວງເຊົ້າຂອງວັນທີ 16 ພຶດສະພາຜ່ານມາ (11:30 ໂມງຕາມເວລາທ້ອງຖິ່ນ) ໄດ້ເກີດເຫດຕຶກໂຊຣູມຂາຍລົດຍີ່ຫໍ້ດັງຄື ເມີຣຊີເດສ-ເບັນຖະຫຼົ່ມຂະນະຢູ່ໃນໄລຍະປັບປຸງ ທັງນີ້ ພາຍຫຼັງເກີດເຫດການດັ່ງກ່າວທີມກູ້ໄພສາມາດນຳຜູ້ທີ່ປະສົບເຫດອອກມາຈາກຊາກຕຶກຖະຫຼົ່ມໄດ້ແລ້ວ 11 ຄົນ ຂະນະທີ່ຍັງມີອີກ 9 ຄົນທີ່ຍັງຕິດຢູ່ໃນຊາກຕຶກດັ່ງກ່າວ.

ໂດຍເຈົ້າໜ້າທີ່ດັບເພີງໃນຊຽງໄຮ້ກໍປະຕິເສດທີ່ຈະຕອບຄຳຖາມທີ່ວ່າ ມີຜູ້ເສຍຊີວິດໃນເຫດການຄັ້ງນີ້ ຫຼື ບໍ່? ລວມເຖິງລາຍລະອຽດຂອງຜູ້ທີ່ໄດ້ຮັບບາດເຈັບ ຊຶ່ງເຈົ້າໜ້າທີ່ບອກພຽງວ່າ ພວມๅຢູ່ໃນຂັ້ນຕອນສືບສວນ-ສອບສວນຫາສາເຫດທີ່ແທ້ຈິງ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ