ໂຈ ໄບເດັນ ຮ່າງກົດໝາຍເພື່ອສຶກສາປະຫວັດສາດຄົນອາຊີ-ປາຊິຟິກ

0
781

ປະທານາທິບໍດີ ໂຈໄບເດນ ລົງນາມຮ່າງກົດໝາຍວ່າດ້ວຍການສຶກສາປະຫວັດສາດຂອງຄົນອາຊີ ແລະ ບັນດາໝູ່ເກາະປາຊິຟິກທີ່ຕັ້ງຢູ່ໃນສະຫະລັດ ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈແກ່ກັນ.

ວັນທີ 13 ມິຖຸນາ ສຳນັກງານຂ່າວຊີເອັນເອັນ ໄດ້ລາຍງາຍວ່າ: ທ່ານໂຈ ໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ ໄດ້ລົງນາມຮ່າງກົດໝາຍ ສ້າງຕັ້ງຄະນະກຳມະການສຶກສາ ຄວາມເປັນໄປໄດ້ໃນການຈັດສ້າງພິພິຕະພັນແຫ່ງຊາດ ທີ່ຈັດສະແດງກ່ຽວກັບປະຫວັດສາດຂອງຄົນອາເມຣິກາເຊື້ອສາຍອາຊີ ແລະ ບັນດາເກາະໃນແຖບປາຊີຟິກ ທີ່ຕັ້ງຢູ່ໃນສະຫະລັດອາເມຣິກາ.

ຜູ້ນຳຂອງອາເມຣິກາໄດ້ກ່າວວ່າ: ປະຊາກອນຄົນອາເມຣິກາເຊື້ອສາຍອາຊີ ຕະຫຼອດຮອດຊົນພື້ນເມືອງຮາວາຍ ແລະ ຄົນອາເມຣິກາທີ່ມາຈາກໝູ່ເກາະປາຊິຟິກ ໄດ້ເປັນສ່ວນໜຶ່ງຂອງປະເທດນີ້ມາດົນນານ.

ຮ່າງກົດໝາຍສະບັບນີ້ ຈະເປີດໃຫ້ມີການຈັດຕັ້ງຄະນະກຳມະການທີ່ມີສະມາຊິກ ຜູ້ຊ່ຽວຊານ 8 ຄົນ ເພື່ອສຶກສາກ່ຽວກັບປະຫວັດສາດ ແລະ ວັດທະນາທຳຂອງ ຄົນອາເມຣິກາ ເຊື້ອສາຍອາຊີປາຊິຟິກ ທີ່ອາດສ້າງໃໝ່ໃນກຸງວໍຊິງຕັນ ດີຊີ ຫຼື ອາດເປັນສ່ວນໜຶ່ງຂອງສະຖາບັນສະມິດໂຊນຽນ.