ໂຈ ໄບເດນ ອະນຸມັດງົບປະມານເຂົ້າຊ່ວຍເຫຼືອຜູ້ປະສົບໄພໜາວທີ່ລັດເທັກຊັສ

ປະທານາທິບໍດີ ໂຈ ໄບເດນ ປະກາດພາວະໄພພິບັດຮ້າຍແຮງໃນລັດເທັກຊັສ ທີ່ກຳລັງປະເຊີນໜ້າກັບອາກາດໜາວເຢັນທີ່ສຸດໃນຮອບ 30 ປີ ເພື່ອເປີດທາງໃນຈັດສັນງົບປະມານຈາກລັດຖະບານກາງໄປໃຊ້ບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພໜາວໃນພື້ນທີ່ດັ່ງກ່າວ.

ທຳນຽບຂາວອອກຖະແຫຼງການເມື່ອວັນທີ 20 ກຸມພາ ວ່າ ປະທານາທິບໍດີ ໂຈ ໄບເດນ ໄດ້ອອກຄຳສັ່ງລັດຖະບານກາງເພື່ອຊ່ວຍເສີມຄວາມພະຍາຍາມຂອງທາງລັດຖະບານທ້ອງຖິ່ນໃນບັນເທົາທຸກ ແລະ ຟື້ນຟູທີ່ໄດ້ຮັບຜົນກະທົບຈາກພາຍຸລະດູໜາວຮຸນແຮງ ເມື່ອຕົ້ນອາທິດທີ່ຜ່ານມາ ໂດຍອຸນຫະພູມຕໍ່າສຸດ -18 ອົງສາ.

ສຳລັບການຊ່ວຍເຫຼືອຈາກລັດຖະບານດັ່ງກ່າວ ລວມເຖິງການອະນຸມັດເງິນຊ່ວຍເຫຼືອສຳລັບການຈັດຫາທີ່ພັກຊົ່ວຄາວ ການສ້ອມແປງເຮືອນ ແລະ ການໃຫ້ເງິນກູ້ດອກເບ້ຍຕໍ່າເພື່ອປົວແປງຄວາມເສຍຫາຍແກ່ຊັບສິນທີ່ບໍ່ມີປະກັນໄພລວມເຖິງໂຄງການອື່ນໆທີ່ຊ່ວຍບຸກຄົນ ແລະ ເຈົ້າຂອງທຸລະກິດຟື້ນຕົວຈາກໄພພິບັດທີ່ເກີດຂຶ້ນ.

ຮຽບຮຽນຂ່າວ: ພຸດສະດີ