ໂຄວິດ-19 ກາຍພັນ ສາຍພັນໃໝ່ “Lambda” ທີ່ອົງການອະນາໄມໂລກໃຫ້ຄວາມສົນໃຈ!!

ໃນວັນທີ 16 ມີຖຸນາ 2021 ທີ່ຜ່ານມາ ອົງການອະນາໄມໂລກ (WHO) ໄດ້ປະກາດກວດພົບໄວຣັສໂຄວິດ-19 ຊະນິດກາຍພັນສາຍພັນໃໝ່ ແລມດາ “Lambda” ທີ່ພົບໃນ 29 ປະເທດ ໂດຍສະເພາະແມ່ນໃນທະວີບອາຟຣິກາໃຕ້ ເຊິ່ງເຊື່ອວ່າເປັນແຫຼ່ງກໍາເນີດຂອງເຊື້ອໄວຣັສສາຍພັນດັ່ງກ່າວ.

ເຊື້ອໄວຣັສກາຍພັນສາຍພັນດັ່ງກ່າວນີ້ຖືກພົບເປັນຄັ້ງທໍາອິດຢູ່ທີ່ປະເທດເປຣູ ແລະ ຖືເປັນສາຍພັນທີ່ຕ້ອງໃຫ້ຄວາມສົນໃຈຫຼາຍ. ອົງການອະນາໄມໂລກໄດ້ກ່າວວ່າສາຍພັນແລມດານີ້ມີກາຍກາຍພັນທີ່ອາດເພີ່ມຄວາມສາມາດໃນການແຜ່ເຊື້ອ ຫຼື ເຮັດໃຫ້ເຊື້ອໄວຣັສສາມາດຕໍ່ຕ້ານພູມຄຸ້ມກັນໄດ້ຫຼາຍຂື້ນ ແຕ່ວ່າຍັງບໍ່ສາມາດທີ່ຈະຢັ້ງຢືນໄດ້ ແລະ ຍັງຈໍາເປັນທີ່ຈະຕ້ອງໄດ້ສຶກສາເພີ່ມຕື່ມ.

ເຊິ່ງໃນຕອນນີ້ໄວຣັສໂຄວິດ-19 ໄດ້ປະກອບມີຫຼາຍພັນຫຼັກໆຄື: ສາຍພັນ Alpha, Beta, Gamma, Delta ແລະ ທີ່ເພີ່ມເຂົ້າມາອີກກໍຄືສາຍພັນ Lambda ທີ່ເປັນສາຍພັນທີ່ WHO ໃຫ້ຄວາມສົນໃຈ.