ໂຄດລົດຕິດ! ຊາວອິນໂດຯຂັບລົດອອກທ່ຽວ ລົດຕິດຕໍ່ເນື່ອງ 20 ຊົ່ວໂມງ ຈົນມີຜູ້ເສຍຊີວິດ 18 ຄົນ!

ພາບປະກອບ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກໍລະກົດນີ້ວ່າ ເຈົ້າໜ້າທີ່ຕຳຫລວດອິນໂດເນເຊຍ ໄດ້ອອກມາຢືນຢັນ ກໍລະນີສະພາບລົດຕິດແກ່ຍາວຕໍ່ເນື່ອງ ດົນນານເຖິງ 20 ຊົ່ວໂມງ ໃນວັນທີ 5 ກໍລະກົດ 2016 ຜ່ານມານີ້ ເນື່ອງຈາກຊາວອິນໂດເນເຊຍ ຊຶ່ງສ່ວນໃຫຍ່ເປັນຊາວມຸດສະລິມ ໄດ້ພາກັນເດີນຈາກນະຄອນຫລວງຈາກາຕາ ອອກໄປທ່ອງທ່ຽວ ສະເຫລີມສະຫລອງວັນອອກເດືອນຖືສິນອົດ ຊຶ່ງເປັນປາງບຸນສຳຄັນຂອງສາສະໜາອິດສະລາມ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດລວມ 18 ຄົນ.

ດຣ ກູນາດີ ປາໂວໂກ ຜູ້ອຳນວຍການແພດເມືອງເບຣເບສ ຕາເວັນອອກ ເທິງເກາະຊະວາ ບ່ອນທີ່ມີສະພາບລົດຕິດ ຈົນເຮັດໃຫ້ມີການເສຍຊີວິດ ໄດ້ອອກມາລະບຸວ່າ ໃນຈຳນວນ 18 ຄົນນັ້ນ ແມ່ນມີ 12 ຄົນ ເສຍຊີວິດ ຈາກອາການອິດເມື່ອຍ ທີ່ຕ້ອງນັ່ງໃນລົດເປັນເວລາດົນນານ ແລະ ມີອີກ 5 ຄົນ ເສຍຊີວິດຈາກອຸບັດເຫດ ລະຫວ່າງຍ່າງຂ້າມທາງ ສ່ວນອີກໜຶ່ງຄົນ ແມ່ນຍັງບໍ່ທັນມີການເປີດເຜີຍ ເຖິງສາເຫດຂອງການເສຍຊີວິດ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!