ໂຄງການສ້າງໂຮງງານຢາງ ແຂວງ ຜົ້ງສາລີ

0
1854

image

ປັດຈຸບັນໂຄງການກໍ່ສ້າງໂຮງງານແປຮູບຢາງພາຣາຂອງນັກລົງທຶນຈີນ ຢູ່ແຂວງຜົ້ງສາລີກໍາລັງຢູ່ໃນຂັ້ນຕອນປະເມີນຜົລກະທົບຕໍ່ສິ່ງແວດລ້ອມ ຫລັງຈາກໄດ້ມີການປັບປຸງແຜນຜັງໂຄງສ້າງໄປແລ້ວ  ເຈົ້າໜ້າທີ່ແຂວງຜົ້ງສາລີ ກ່າວວ່າ:
“ປຸງແຕ່ງຢາງພາຣານີ້ແຫລະຍັງບໍ່ທັນສ້າງຕັ້ງເທື່ອມັນຍັງສຶກສາບົດປະເມີນຜົລກະທົບຢູ່ ຂະເຈົ້າຍັງບໍ່ອະນຸຍາດໃຫ້ຕັ້ງດຽວນີ້ຫັ້ນ ບໍຣິສັດເຂົາເຈົ້າກໍາລັງ ແບບວ່າຜ່ານບົດປະເມີນຫັ້ນແຫຼະ ເຂົາກະກຽມສິຕັ້ງແລ້ວ”.

ຍານາງ ກ່າວອີກວ່າ ປັດຈຸບັນຍັງບໍ່ສາມາດຄາດຄະເນໄດ້ວ່າ ການປະເມີນຜົລກະທົບຕໍ່ສິ່ງແວດລ້ອມທີ່ນັກລົງທຶນກໍາລັງເຮັດຢູ່ນີ້ ຈະນໍາຂຶ້ນຜ່ານແຂວງເມື່ອໃດ ເພາະອາຈໃຊ້ເວລາດົນພໍສົມຄວນ ກ່ອນທີ່ຈະສາມາດຢັ້ງຢືນໄດ້ວ່າ ໂຮງງານນັ້ນຈະບໍ່ສ້າງບັນຫາຫຍັງໃຫ້ສິ່ງແວດລ້ອມ

ປັດຈຸບັນສວນຢາງພາຣາຫລາຍບ່ອນທີ່ເປັນຂອງຊາວບ້ານ, ຂອງຄົນຈີນແລະຂອງຄົນຈີນ ຮ່ວມກັບຊາວບ້ານປູກໃນໂຄງການສອງ+ສາມ ສາມາດທີ່ີຈະໃຫ້ຢາງໄດ້ແລ້ວແລະຊາວສວນຢາງຫລາຍຄົນກໍຢາກໃຫ້ມີໂຮງງານແປຮູບຢາງພາຣາເກີດຂຶ້ນໄວໆ ເພາະຢາກຂາຍຢາງນັ້ນແລ້ວ

ເມື່ອປີ 2013 ຜ່ານມາມີຣາຍງານວ່າ ຊາວສວນຢາງພາຣາຫລາຍຄົນ ຢູ່ແຂວງຜົ້ງສາລີ ເລີ່ມປະສົບກັບຄວາມເດືອດຮ້ອນເນື່ອງຈາກ ໂຄງການສ້າງຕັ້ງໂຮງງານແປຮູບຢາງພາຣານັ້ນ ບໍ່ມີຄວາມຄືບໜ້າ ເຮັດໃຫ້ພວກເຂົາເຈົ້າຂາດຣາຍໄດ້ ຍ້ອນບໍ່ສາມາດປາດເອົາຢາງພາລາໄປຂາຍໄດ້ເທື່ອ.