ໂຄງການປະກວດເວທີນາງງາມລາວຖືກມອບໃຫ້ບໍລິສັດໃໝ່ບໍລິຫານ

ບໍລິສັດ ມີສລາວ ຈໍາກັດ ເຊິ່ງເປັນຜູ້ຖືຄອງກຳມະສິດໂຄງການປະກວດເວທີ Miss Universe Laos, Miss International Laos ແລະ Miss Grand Laos ໄດ້ຈັດງານຖະແຫຼງຂ່າວເພື່ອມອບກຳມະສິດໂຄງການປະກວດທັງ ສາມເວທີ ໃຫ້ແກ່ ບໍລິສັດ ພັດທະນາເສດຖະກິດລາວລ້ານຊ້າງຈໍາກັດ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 31.08.2018 ໂດຍການເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ຫົງຄໍາ ສຸວັນນະວົງ ປະທານບໍລິສັດ ທີວີລາວ ຈໍາກັດ ຄວບຕໍາແໜ່ງ ປະທານບໍລິສັດ ມີສລາວ ຈໍາກັດ ແລະ ທ່ານ ຈັນທະເສນ ພິມມະສອນ ປະທານບໍລິສັດ ພັດທະນາເສດຖະກິດລາວລ້ານຊ້າງ ຈໍາກັດ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

ທ່ານ ຈັນທະເສນ ພິມມະສອນ ໄດ້ກ່າວວ່າ ຮູ້ສຶກເປັນກຽດ ແລະ ພູມໃຈທີ່ໄດ້ຮັບມອບໜ້າທີ່ອັນຊົງກຽດໃນຄັ້ງນີ້, ບໍລິສັດຈະສືບຕໍ່ໃນການພັດທະນາ ແລະ ຍົກລະດັບການປະກວດທັງສາມເວທີໃຫ້ສາກົນ ໄດ້ຮັບຮູ້ ແລະ ເຫັນເຖິງຄວາມສາມາດ, ຄວາມງາມ ແລະ ບົດບາດຂອງແມ່ຍິງລາວ ພ້ອມທັງເປັນການສົ່ງເສີມການທ່ອງທ່ຽວລາວຜ່ານເອກະລັກຄວາມງາມຂອງແມ່ຍິງລາວຍຸກໃໝ່ອີກດ້ວຍ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ