ໂຄງການຕິດຕັ້ງໄຟເຍືອງທາງ, ປັບປຸງນ້ຳພຸ ແລະ ໄຟເຍືອງທາງຈະມີພິທີມອບ-ຮັບໃນເດືອນມີນານີ້

ປັດຈຸບັນນີ້, ໂຄງການຕິດຕັ້ງໄຟເຍືອງທາງ, ປັບປຸງນ້ຳພຸ ແລະ ໄຟເຍືອງທາງປະຕູໄຊໄດ້ສໍາເລັດ 100% ແລ້ວໂດຍຈະມີພິທີມອບ-ຮັບໂຄງການດັ່ງກ່າວໃນເດືອນ ມີນາ 2021 ທີ່ຈະມາເຖິງນີ້.

ທ່ານຊົງເລົ່າ ຢົ່ງນູ ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ກ່ຽວກັບໂຄງການດັ່ງກ່າວເມື່ອບໍ່ດົນມານີ້ວ່າ: ວຽກງານທັງໝົດຂອງໂຄງການດັ່ງກ່າວນີ້ແມ່ນໄດ້ສຳເລັດແລ້ວຍັງຢູ່ໃນຂັ້ນຕອນການກວດຄຸນນະພາບຄືນ. ປັດຈຸບັນນີ້, ເຈົ້າໜ້າທີ່ກຳລັງວາງສັນຍາລັກ ຫຼື ປະດັບປະດາສັນຍາລັກຂອງລາວ ແລະ ຈີນ ຢູ່ຕາມເສັ້ນທາງ 7 ເສັ້ນໃນໃຈກາງເມືອງນະຄອນຫຼວງວຽງຈັນ (ວາງສັນຍາລັກຊົ່ວຄາວ) ເພື່ອເປັນການກະກຽມສະເຫຼີມສະຫຼອງການມອບຮັບ ຫຼື ຜົນສຳເລັດຂອງໂຄງການ.

ໂຄງການດັ່ງກ່າວ ນີ້ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຈີນໃນມູນຄ່າ 300 ລ້ານຢວນ ໂຄງການດັ່ງກ່າວນີ້ໄດ້ສ້າງຄວາມສວຍງາມຢູ່ໃຈກາງເມືອງນະຄອນຫຼວງວຽງຈັນ ນອກນີ້ຍັງເຮັດໃຫ້ການຂັບຂີ່ໃນເວລາກາງຄືນມີຄວາມປອດໄພກວ່າເກົ່າ.