ໂຄງການກໍ່ສ້າງສະໜາມບິນເມືອງຕົ້ນເຜິ້ງ ກຳລັງຢູ່ໃນຂັ້ນຕອນປຶກສາຫາລື

ໂຄງການສະໜາມບິນສາກົນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ລັດຖະບານອະນຸມັດໃຫ້ ກຸ່ມບໍລິສັດດອກງິ້ວຄຳຈຳກັດ

ເປັນຜູ້ດຳເນີນການສຳຫລວດ-ອອກແບບຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ນັບແຕ່ຕົ້ນປີ 2012 ເປັນຕົ້ນມາ,

ປັດຈຸບັນ ໂຄງການດັ່ງກ່າວ ກຳລັງຢູ່ຂັ້ນຕອນຮ່າງສັນຍາກັບລັດຖະບານ ເພື່ອດຳເນີນການກໍ່ສ້າງ, ຄາດວ່າຫາກມີ

ຄວາມເປັນໄປໄດ້ໃນ ປີ 2015 ຈະລົງມືຈັດຕັ້ງປະຕິບັດ.

ທ່ານ ຄຳໝັ້ນ ສູນວິເລີດ ເຈົ້າແຂວງໆບໍ່ແກ້ວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ໂຄງການດັ່ງກ່າວ ເປັນ

ເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດ

ສາມຫລ່ຽມຄຳ, ເປັນການເສີມສ້າງການຄົມມະນາຄົມ-ຂົນສົ່ງ ໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ເຂົ້າກັບສາກົນ.

ເມື່ອສະໜາມບິນແຫ່ງນີ້ສຳເລັດ ຈະອຳນວຍຄວາມສະດວກໃນການລົງທຶນ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງ

ປະເທດ, ເປັນການດຶງດູດນັກລົງທຶນຈາກຕ່າງປະເທດ ເປັນຕົ້ນນັກລົງທຶນຈາກປະເທດໄທ, ຈີນ, ມຽນມາ ແລະ

ປະເທດອ້ອມຂ້າງຫັນມາລົງທຶນຢູ່ແຂວງບໍ່ແກ້ວ ໃຫ້ນັບມື້ເພີ່ມຂຶ້ນ, ປະກອບສ່ວນສ້າງລາຍຮັບໃຫ້ແກ່ລັດຖະບານ

ກໍຄືແຂວງບໍ່ແກ້ວ.

ສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ແມ່ນໄດ້ຮັບເງິນຊົດເຊີຍໝົດແລ້ວ ເຊິ່ງປັດຈຸບັນຄວາມ

ຄືບໜ້າຂອງໂຄງການ ແມ່ນຍັງຢູ່ໃນຂັ້ນຕອນປຶກສາຫາລືກັບລັດຖະບານ ເພາະກ່ອນໜ້ານີ້ ກຸ່ມບໍລິສັດດອກງິ້ວຄຳ

ຈຳກັດ ຈະເປັນຜູ້ລົງທຶນ 100% ແຕ່ຜ່ານການປຶກສາຫາລື ຂອງລັດຖະບານເຫັນວ່າ ຕ້ອງມີການຮຸ້ນສ່ວນໂດຍລັດ

ຖະບານລາວຖືຮຸ້ນ 70% ແລະ ຜູ້ລົງທຶນ 30% ໂດຍມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງເປັນຜູ້ຄົ້ນຄວ້າຮູບ

ແບບ ແລະ ເຊັນສັນຍາກັບຜູ້ລົງທຶນ ຖ້າຫາກມີຄວາມເປັນໄປໄດ້ ຄາດວ່າປີ 2015 ຈະເລີ່ມລົງມືກໍ່ສ້າງ.

ກ່ອນໜ້ານີ້, ໃນວັນທີ 16 ເດືອນມັງກອນ ປີ 2012 ຜ່ານມາ ລັດຖະບານແຫ່ງ ສປປ ລາວ ໄດ້ລົງນາມຮ່ວມກັບກຸ່ມ

ບໍລິສັດ ດອກງິ້ວຄຳ ຈຳກັດ ເພື່ອດຳເນີນການສຳຫລວດກໍ່ສ້າງສະໜາມບິນສາກົນ ຢູ່ເຂດເສດຖະກິດພິເສດສາມ

ຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ມີທາງແລ່ນຂຶ້ນ-ລົງຂອງ ເຮືອບິນ 2.700 ແມັດ ແລະ ສາມາດຂະຫຍາຍ

ເປັນ 3.000 ແມັດ ດ້ວຍການປະຕິບັດຕາມກົດ 4C ຂອງອົງການການບິນພົນລະເຮືອນ ລະຫວ່າງ ປະເທດ (ICAO),

ໃນເນື້ອທີ່ດັ່ງກ່າວ ປະກອບມີ ອາຄານຜູ້ໂດຍສານ, ອາຄານຄວບຄຸມການບິນ ແລະ ສິ່ງອຳນວຍຄວາມສະດວກ

ໃນການຄົມມະນາຄົມທາງອາກາດຢ່າງເປັນລະບົບ ເຮັດໃຫ້ສະໜາມບິນເມືອງຕົ້ນເຜິ້ງ ກາຍເປັນສະໜາມບິນສາ

ກົນທີ່ສາມາດຮອງຮັບເຮືອບິນໃນລະດັບພາກພື້ນ ແລະ ສາກົນໄດ້.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ