ໂຄງການກໍ່ສ້າງນ້ຳປະປາເມືອງສັງທອງ ຈະສຳເລັດພາຍໃນເດືອນນີ້

20141210161446

 

ວັນ​ທີ 10 ທັນວາ 2014 ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຜູ້​ຕາງ​​ໜ້າ​ຈາກ

​ອົງການ​ສະມາຄົມ​ສາກົນ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ໄດ້​ລົງ​ຕິດຕາມ​ຄວາມ​ຄືບ​ໜ້າ​ ຂອງ​ໂຄງການ​ກໍ່ສ້າງ​ນ້ຳ​ປະປາ​ຂະ

ໜາດນ້ອຍ ​ຢູ່​ທີ່​ບ້ານ​ແກ້ງ​ໝໍ້ ເມືອງ​ສັງທອງ ນະຄອນຫຼວງ​ວຽງ​ຈັນ ຈາກນັ້ນ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂອງການຈັດຕັ້ງ​

ປະຕິບັດ ​ວຽກ​ງານການ​ກໍ່ສ້າງ​ຈາກ​ເຈົ້າ​ຂອງ​ໂຄງການ ແລະ ບໍລິສັດ​ຜູ້​ຮັບ​ເໝົາກໍ່ສ້າງ.

 

ທ່ານ ວິໄລ ທູນ​ສະ​ຫວັດ ຮອງຜູ້ອຳນວຍການ​ບໍລິສັດ ລານ​ທອງສຳ​ຫຼວດ-ອອກ​ແບບ ໄດ້​ກ່າວ​ວ່າ: ໂຄງການ​ກໍ່ສ້າງ​ລະບົບ​

ນ້ຳ​ປະປາ ບ້ານ​ສຳພັນ​ນາ-ແກ້ງ​ໝໍ້ ເມືອງສັງ​ທອງ ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດມາ​ແຕ່​ກາງ​ເດືອນ​ກໍລະກົດ 2014 ເປັນຕົ້ນ​ມາ

ເປັນ​ໂຄງການ​ທີ່​ໄດ້ຮັບ​ທຶນ​ຊ່ວຍເຫຼືອ​ຈາກ​ອົງການ​ສະມາ​ຄົມ​ສາກົນ ອາ​ອີ​ແອມ​ແອັບ ລວມ​ມູນ​ຄ່າ 193 ລ້ານ​ເອີ​ໂຣ ແລະ

ມາ​ຮອດ​ປັດຈຸບັນ ໂຄງການດັ່ງກ່າວ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ສຳເລັດ 95% ສ່ວນ​ວຽກ​ທີ່​ຍັງ​ບໍ່ທັນ​ສຳເລັດ ​ກໍ່​ມີໜ້າ​ວຽກ​ການ​

ຕິດຕັ້ງ​ລະບົບ​ປ້ຳ​ນ້ຳ​ປະປາ ຄາດ​ຄະເນ​ວ່າ​ຈະ​ໃຫ້​ສຳເລັດ ແລະ ສາມາດ​ນຳ​ໃຊ້​ໄດ້​ໃນ​ທ້າຍ​ປີ 2014 ນີ້.

 

ພາຍຫຼັງ​ໂຄງການ​ດັ່ງກ່າວ​ນີ້ສຳເລັດ​ ຈະ​ສາມາດ​ສະໜອງ​ນ້ຳປະປາ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ 600

ຄອບຄົວ ​ທີ່​ອາໄສ​ຢູ່​ໃນ​ບ້ານ​ສຳພັນ​ນາ ແລະ ບ້ານ​ແກ້ງ​ໝໍ້ໄດ້ 100% ແນໃສ່​ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນຢູ່​ຂອງ​ປະຊາຊົນ

​ໃຫ້​ດີ​ຂຶ້ນ ມີ​ນ້ຳໃຊ້ ແລະ ນ້ຳ​ດື່ມ​ທີ່​ສະອາດ ​ຖືກຫຼັກ​ອະນາໄມ ທັງ​ເປັນ​ການ​ປະກອບ​ສ່ວນ​ທີ່​ສຳຄັນ​ໃນ​ວຽກ​ງານ 3 ສ້າງ​ ຫຼຸດ

ຜ່ອນ​ຄວາມທຸກ​ຍາກຂອງ​ປະຊາຊົນ ຊຸກຍູ້​ການ​ຜະລິດ ພັດທະນາ​ພື້ນຖານ​ໂຄງ​ລ່າງ ແລະ ກະກຽມ​ພື້ນຖານ​ທາງ​ດ້ານວັດ

ຖຸ​ອຸດສາຫະກຳ ເພື່ອ​ຫັນ​ໄປສູ່​ການ​ຫັນ​ເປັນ​ອຸດສາຫະກຳ​ ຫຼຸດຜ່ອນ​ການ​ນຳ​ໃຊ້​ແຮງ​ງານ​ແມ່ຍິງ ແລະ ເດັກນ້ອຍ ໃນ​ການ

​ເອົາ​ນ້ຳມາ​ໃຊ້ ສຳລັບ​ຄ່າ​ບໍລິການ​ໃນການ​ນຳ​ໃຊ້​ນ້ຳ​ແມ່ນ​ລັດ 70% ສ່ວນ​ປະຊາຊົນ​ແມ່ນ 30%.

 

ແຫລ່ງຂ່າວ: ວຽງຈັນໃໝ່