ແຮງງານລາວ 14 ຄົນ ຖືກຂັງໃຊ້ງານແບບຂ້າທາດ ຢູ່ນະຄອນປະຖົມປະເທດໄທ ກັບຄືນປະເທດແລ້ວ!

558000009879201

ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ຮູ້ວ່າ: ບັນຫາແຮງງານລາວຖືກກັກຂັງຢູ່ນະຄອນປະຖົມປະເທດໄທນັ້ນ ແມ່ນນອນຢູ່ໃນບັນຫາການຄ້າມະນຸດ (ກັກຂັງບັງຄັບໃຊ້ແຮງງານ) ເຊິ່ງເປັນຄະດີຮ້າຍແຮງ, ພາຍຫລັງຮັບແຈ້ງຈາກປະເທດໄທແລ້ວ ພາກສ່ວນກ່ຽວຂ້ອງຂອງລາວ ກໍໄດ້ມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງຂອງໄທ ເພື່ອຊ່ວຍເຫລືອຜູ້ຖືກເຄາະຮ້າຍຈຳນວນ 14 ຄົນ ທີ່ຖືກຕົວຍົວະຈາກນາຍໜ້າ ວ່າຈະພາໄປເຮັດວຽກມີລາຍໄດ້ດີ ແຕ່ຖືກກັກຂັງບັງຄັບໃຊ້ແຮງງານໃຫ້ລ້ຽງໄກ່, ລ້ຽງໝູແຕ່ເຊົ້າຈົນຮອດແລງແບບທາລຸນ ບາງຄັ້ງກໍຖືກທຳຮ້າຍຮ່າງກາຍ ແລະ ບໍ່ໄດ້ຮັບຄ່າຈ້າງແຮງງານແຕ່ຢ່າງໃດ ຊຶ່ງມາຮອດປັດຈຸບັນ ແຮງງານຈຳນວນດັ່ງກ່າວ ໄດ້ຖືກສົ່ງກັບຄືນມາລາວແລ້ວ, ສ່ວນຄວາມຄືບໜ້າຂອງຄະດີດັ່ງກ່າວ ແມ່ນເຈົ້າໜ້າທີ່ໄທພວມດຳເນີນຕາມຂັ້ນຕອນກົດໝາຍຂອງເຂົາເຈົ້າ ແລະ ຄາດວ່າອີກບໍ່ດົນຈະສາມາດສະຫລຸບ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດຕາມກົດໝາຍ.

ບັນຫາດັ່ງກ່າວນີ້ ນັບເປັນອຸທາຫອນເຕືອນໃຈໃຫ້ຜູ້ທີ່ຢາກໄປເຮັດວຽກຢູ່ຕ່າງປະເທດ ຈະຕ້ອງຄຳນຶງຖືເອົາເປັນບົດຮຽນ ແລະ ຖ້າໄປກໍຕ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ.