ແຮງງານລາວຜູ້ມີຄອບຄົວອຳນວຍຄວາມສະດວກໃຫ້ແມ່ນສາມາດກັກໂຕເອງຢູ່ເຮືອນໄດ້

credit Vientiane Mai

ແຮງງານລາວທີ່ເດີນທາງມາຈາກປະເທດກຸ່ມສ່ຽງ ໂດຍສະເພາະປະເທດໄທ ທີ່ໄດ້ກັກໂຕຢູ່ຕາມສູນຕ່າງໆທີ່ພັກ-ລັດຖະບານຈັດໃຫ້ ໄດ້ຮັບການເອົາໃຈໃສ່ເບິ່ງແຍງຈາກພາກສ່ວນກ່ຽວຂ້ອງເປັນຢ່າງດີ.

ໜັງສືພິມວຽຈັນໃໝ່ລາຍງານວ່າ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ ວັນທີ 29 ມີນາ 2020 ທີ່ຜ່ານມາວ່າ: ການຈັດສູນກັກໂຕແຮງງານລາວທີ່ກັບຈາກຕ່າງປະເທດ ທ່ານນາຍົກໄດ້ອອກແຈ້ງການເປັນເງື່ອນໄຂອັນສະດວກທີ່ສຸດ ໃນການປະຕິບັດມາດຕະການ ຈໍາກັດບໍລິເວນຜູ້ທີ່ເດີນທາງມາຈາກປະເທດທີ່ມີກຸ່ມສ່ຽງ ກໍານົດເວລາ 14 ວັນ ເຊິ່ງຜູ້ທີ່ມີເງື່ອນໄຂ ມີສະຖານທີ່ບຸກຄົນໃນຄອບຄົວອໍານວຍຄວາມສະດວກໃຫ້ ແມ່ນໃຫ້ກັກໂຕເອງຢູ່ເຮືອນ, ສ່ວນຜູ້ທີ່ມີເງື່ອນໄຂບໍ່ພຽງພໍ ໄດ້ກໍານົດເອົາສະຖານທີ່ໂຮງຮຽນເປັນສູນກັກໂຕ; ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ໄດ້ໃຫ້ທິດຊີ້ນໍາ ໂດຍມອບໃຫ້ພະແນກສາທາລະນະສຸກ, ຖ້າຢູ່ເມືອງແມ່ນມອບໃຫ້ຫ້ອງການສາທາ ໂຮງໝໍເມືອງ ຈັດຕັ້ງທີມແພດກວດສຸຂະພາບຂອງຜູ້ທີ່ຖືກຈໍາກັດບໍລິເວນໃນແຕ່ລະວັນ ວັນລະ 2 ຄັ້ງ ເປັນຕົ້ນແມ່ນ ການກວດວັດແທກອຸນຫະພູມ, ກັ່ນກອງຫາຜູ້ຕິດເຊື້ອ, ສະໜັບສະໜູນອຸປະກອນປ້ອງກັນຕົນເອງເຊັ່ນ: ຜ້າອັດປາກ ເຈວລ້າງມື ພ້ອມທັງແນະນໍາວິທີການຮັກສາອະນາໄມ ແລະ ອື່ນໆ.

 

ຮຽບຮຽງຂ່າວ: ພຸດສະດີ