ແອນຊິລີ ສະກັອດ ເຄມມິສ ຜູ້ຊະນະການປະກວດ Miss Universe Thailand 2021

ແອນຊິລີ ສະກັອດ ເຄມມິສ (Anchilee Scott-Kemmis) ຜູ້ຊະນະການປະກວດ Miss Universe Thailand 2021 ໃນຄໍ່າຄືນທີ່ຜ່ານມາ ແລະ ໄດ້ເປັນຕົວແທນຂອງປະເທດໄທ ທີ່ຈະເດີນທາງໄປປະກວດ Miss Universe 2021 ທີ່ປະເທດອິດສະລາແອນ.

ການປະກວດ Miss Universe Thailand 2021 ໄດ້ຈັດຂຶ້ນໃນວັນທີ 24 ຕຸລາ 2021 ທີ່ສູນຫໍປະຊຸມ ແລະ ສະແດງສິນຄ້ານານາຊາດນົງນຸດພັດທະຍາ ແຂວງ ຊົນບູລີ ປະເທດໄທ.

ແອນຊິລີ ສະກັອດ ເຄມມິສ ເປັນລູກເຄິ່ງໄທ-ອົດສະຕຣາລີ ໂດຍມີລວງສູງຢູ່ທີ່ 183 ເຊັນຕີແມັດ, ຈົບການສຶກສາລະດັບປະລິນຍາຕີ ສາຂາ ສັງຄົມວິທະຍາ ຈາກປະເທດອົດສະຕຣາລີ.

ສໍາລັບການຕອບຄໍາຖາມໃນຮອບການຕັດສິນຂອງ ແອນຊີລີ ນັ້ນຖືໄດ້ວ່າຖືກໃຈກໍາມະການ ແລະ ກອງເຊຍເປັນຢ່າງຍິ່ງ. ນອກຈາກຄວາມຮູ້ ແລະ ຄວາມງາມທີ່ມີແລ້ວ ແອນຊີລີ ຍັງມາພ້ອມຄັອນເຊັບ Real Size Beauty ສົ່ງເສີມໃຫ້ຜູ້ຍິງໝັ້ນໃຈ ແລະ ພູມໃຈ ໃນຮູບຮ່າງທີ່ແທ້ຈິງຂອງຕົນເອງ ບໍ່ຈໍາເປັນຕ້ອງຈ່ອຍກໍສາມາດງາມໃນແບບຂອງເຈົ້າໄດ້.