ແຫຼ່ງຂ່າວບອກ ປາຝາໄລຍັກ ຕາຍກ່ອນປະຊາຊົນພົບເຫັນ

ຈາກເຫດການທີ່ໃນວັນທີ 20/9/2017 ປະຊາຊົນບ້ານດອນສົມ, ເມືອງໂຂງ, ແຂວງຈໍາປາສັກ ຈັບປາຝາໄລຍັກໄດ້ ຈາກແມ່ນໍ້າຂອງ ຢູ່ບໍລິເວນດ້ານໜ້າຂອງເຮືອນພັກ ດອນສົມ ຊຶ່ງເປັນປາຝາໄລຍັກ ທີ່ມີຂະຫນາດໃຫຍ່ທີ່ສຸດເທົ່າທີ່ເຄີຍເຫັນມາ.

ເມື່ອຂ່າວແລະຮູບພາບຖືກແຊຕໍ່ອອກໄປ ໃນໂລກອອນລາຍໄດ້ມີຜູ້ອ່ານຕ່າງກໍສະແດງຄວາມເປັນຫ່ວງ ແລະຮຽກຮ້ອງໜ່ວຍງານທີ່ກ່ຽວຂ້ອງ ເຂົ້າໄປເບິ່ງແຍງ ເພື່ອການອະນຸລັກ ເພາະປາຝາໄລເປັນສັດຫວງຫ້າມຕາມກົດໝາຍ.

ແນວໃດກໍຕາມ, ຫຼ້າສຸດເຈົ້າຂອງເຮືອນພັກ ດອນສົມ ຣີເວີຊາຍ ທີ່ຮູ້ເຫັນເຫດການດັ່ງກ່າວ ໄດ້ໃຫ້ຂໍ້ມູນວ່າ ປາຝາຍັກໂຕດັ່ງກ່າວນັ້ນ ແມ່ນຕາຍກ່ອນທີ່ປະຊາຊົນພົບເຫັນແລະເອົາຂຶ້ນເຮືອ ເນື່ອງຈາກມີກິ່ນເໝັນແດ່ແລ້ວ. ສ່ວນຊາກຂອງປາຝາແມ່ນປະຊາຊົນໄດ້ຕັດເປັນຕ່ອນແບ່ງປັນກັນໄປເຮັດອາຫານ.


ແຫຼ່ງຂ່າວ: ເຮືອນພັກດອນສົມລີເວີຊາຍ