ແລ້ງນີ້ ແຂວງວຽງຈັນຕັ້ງເປົ້າສະໜອງ ນ້ຳໃຫ້ເນື້ອທີ່ນາ 16 ພັນເຮັກຕາ

94bef4ea1b1f39ec30e110f0948de872

 

ນ້ຳ​ຖື​ເປັນ​ປັດ​ໄຈ​ສຳ­ຄັນ​ໃນ​ການຜະ­ລິດ​ລະ­ດູ­ແລ້ງ ຊຶ່ງ​ປີ​ນີ້​ຊົນ­ລະ­ປະ­ທານແຂວງ​ວຽງ​ຈັນ​ຫຼາຍ​ເມືອງ​ມີ​ຄວາມ​ພ້ອມ

ຄາດ​ຈະ​ ສະ­ໜອງ​ນ້ຳ​ເຂົ້າ​ສູ່​ນາ​ໄດ້ 16 ພັນເຮັກ­ຕາ ແລະ ພວມ​ກຽມ​ສຶກ​ສາ​ສຳ​ຫຼວດອີກ 12 ໂຄງ­ການ​ເພື່ອ​ລຳ­ລຽງ​

ນ້ຳ​ເພີ່ມ.

 

ທ່ານ ທອງ​ພູນ ພັນ­ທະ​ວົງ ຫົວ­ໜ້າຂະ­ແໜງ​ຊົນ­ລະ­ປະ­ທານ​ແຂວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ໃນ​ລະ­ດູ­ແລ້ງ​ປີ​ນີ້​ ຂະ­ແໜງ​

ຊົນລະ​ປະ­ທານ​ໄດ້​ມີ​ການ​ກວດ­ກາ​ຄວາມ ພ້ອມ​ຂອງ​ລະ­ບົບ​ຫົວ​ງານ​ຈັກ­ສູບ­ນ້ຳ, ປະຕູ​ນ້ຳ, ຄອງ­ເໝືອງ​ແຫ່ງ​ຕ່າງໆ​

ໃນ​ທົ່ວແຂວງ ຊຶ່ງ​ມີ​ຄວາມ​ໝັ້ນ​ໃຈ​ວ່າ​ແລ້ງ​ນີ້​ຈະສາ­ມາດ​ສະ­ໜອງ​ນ້ຳ​ໃຫ້​ເນື້ອ­ທີ່​ ນາ­ແຊງໃຫ້​ໄດ້ 16.000 ເຮັກ­ຕາ

ຢ່າງ​ບໍ່​ມີ​ບັນ­ຫາ, ຕົວ​ເລກ​ນີ້​ເມື່ອ​ທຽບ​ກັບ​ລະ­ດູ­ແລ້ງ​ປີ​ກາຍແມ່ນ​ເພີ່ມ​ຂຶ້ນ 200 ເຮັກ­ຕາ ເພາະ​ການກໍ່­ສ້າງລະ­ບົບ​

ຊົນ­ລະ­ປະ­ທານ​ໃໝ່​ຢູ່​ບາງ​ເມືອງສຳ­ເລັດ.

 

ທ່ານ​ກ່າວ​ອີ​ກວ່າ​ໃນ 1 ປີ­ຜ່ານ­ມາ ວຽກ​ງານ​ຊົນ­ລະ­ປະ­ທານ​ກໍ​ໄດ້​ຮັບ​ການ​ພັດ­ທະ­ນາ​ດີ​ຂຶ້ນ​ເປັນ­ຕົ້ນ​ແມ່ນ​ ໄດ້​ມີ​ການ

ກໍ່­ສ້າງ​ຊົນ­ລະ­ປະ­ທານ 12 ໂຄງ­ການ​ມີເນື້ອ­ທີ່​ສະ­ໜອງ​ນ້ຳ​ຈຳ­ນວນ 2.900 ໂຄງ­ການ, ໃນ​ນີ້ ​ກໍ່​ສ້າງ​ສຳ­ເລັດ 3 ໂຄງ

ການ​ສ່ວນ​ທີ່​ເຫຼືອ​ພວມ​ສືບ­ຕໍ່, ໄດ້​ຮັບ​ທຶນຟື້ນ​ຟູ​ສ້ອມ­ແປງ​ຊົນ­ລະ­ປະ­ທານ 4 ບ້ວງ ຄື: ບ້ວງ​ພາ­ຍຸ​ໄຮ​ມາ​ຕົກ​ຄ້າງ​

ແຕ່​ປີ 2012 ຈຳ­ນວນ 27 ໂຄງ­ການ​ມູນ​ຄ່າ 12 ຕື້ ກວ່າ​ກີບ​ສຳ­ເລັດ 100%, ບ້ວງ​ສ້ອມ­ແປງກຽມ​ໃສ່​ການ​ຜະ­ລິດ

​ລະ­ດູ­ແລ້ງ 14 ໂຄງ ການ​ມູນ​ຄ່າ 2,2 ຕື້​ສຳ­ເລັດ 100%, ບ້ວງ​ໄພ­ພິ­ບັດ​ພະ­ຍຸ​ມັງ​ຄຸ​ປີ 2013 ຈຳ ນວນ3ໂຄງ­ການ​ມູນ

​ຄ່າ 1 ຕື້​ກີບ​ສຳ­ເລັດ 100%, ບ້ວງ​ສ້ອມ­ແປງ​ປົກ­ກະ­ຕິ​ຈຳ ນວນ 3 ໂຄງ­ການ​ມູນ​ຄ່າ 120 ລ້ານ​ກີບ ສຳ­ເລັດ 100%.

 

ຄຽງ​ຄູ່​ກັນ​ນີ້ ​ຍັງ​ໄດ້​ເອົາ­ໃຈ­ໃສ່​ວຽກງານ​ຄຸ້ມ​ຄອງ​ນຳ​ໃຊ້​ລະ­ບົບ​ຊົນ​ລະ​ປະທານ​ໃຫ້​ມີ​ ປະ​ສິດ­ທິ​ຜົນ​ດີ ຊຶ່ງ​ໄດ້​ນຳ​ໃຊ້ເງິນ

​ຈາກ​ແຂວງ​ຈຳ­ນວນ 50 ລ້ານ​ກີບ ເຂົ້າ​ໃນ​ການ​ປະ​ເມີນ ແລະ ປັບ­ປຸງ​ກຸ່ມ​ຜູ້ຊົມ­ໃຊ້​ນ້ຳ​ຊົນ­ລະ­ປະ­ທານ 18 ໂຄງ­ການ

ສຳ­ເລັດ, ມອບ​ໂອນ​ຈຳ­ນວນ 3 ໂຄງການ, ຈັດ​ຕັ້ງ​ກຸ່ມ​ຜູ້​ຊົມ­ໃຊ້​ນ້ຳ 3 ໂຄງການ, ຮອດ​ປະ­ຈຸ​ບັນ​ທົ່ວ​ແຂວງ​ສາ­ມາດ

ຈັດ​ຕັ້ງ​ກຸ່ມ​ຜູ້​ຊົມ­ໃຊ້​ນ້ຳ​ຊົນ­ລະ­ປະ­ ທານ 149 ໂຄງ­ການ, ໃນ​ນີ້ ມອບ​ໂອນ​ກິດ​ຈະການ​ໃຫ້​ປະ­ຊາ­ຊົນ​ຄຸ້ມ​ຄອງ​ນຳ​ໃຊ້

90 ໂຄງ­ການ ແລະ ສ້າງ​ເປັນ​ສະ­ມາ­ຄົມ 6 ໂຄງ­ການ, ສ້າງ­ຕັ້ງ​ກອງ​ທຶນ​ພັດ­ທະ­ນາຊົນ­ລະ­ປະ­ທານ 4 ໂຄງ­ການ, ເດັ່ນ

​ກວ່າໝູ່​ແມ່ນ​ຊົນ­ລະ­ປະ­ທານ​ບ້ານ​ໂພນ​ຄຳ ເມືອງ​ແກ້ວ​ອຸ­ດົມ​ມີ​ເງິນ​ກອງ​ທຶນ 2,8 ຕື້ກີບ.

 

ສຳ­ລັບ​ແຜນ­ການ​ໃນ​ສົກ 2014-2015 ນີ້​ ຈະ​ສືບ­ຕໍ່​ກໍ່­ສ້າງ​ຊົນ­ລະ­ປະ­ທານທີ່​ບໍ່​ທັນ​ສຳ­ເລັດ 9 ໂຄງ­ການ ແລະ ກໍ່­ສ້າງ

ໃໝ່ 2 ໂຄງ­ການ, ສຶກ​ສາ​ຄວາມ​ເປັນ​ໄປໄດ້​ໃນ​ການ​ກໍ່­ສ້າງ​ອ່າງ­ເກັບ­ນ້ຳ 3 ໂຄງການ​ຄື: ອ່າງ​ເກັນ​ນ້ຳໆຊອງ, ອ່າງ​

ເກັບນ້ຳໆປົດ ແລະ ອ່າງ­ເກັບ­ນ້ຳໆ​ແຈ້ງ, ສຳຫຼວດ​ອອກ​ແບບ​ໂຄງ­ການ​ຊົນ​ລະ​ປະ ທານ ເພື່ອ​ສະ­ເໜີ​ຂໍ​ງົບ­ປະ­ມານ​

ກໍ່­ສ້າງ 12 ໂຄງ­ການ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ