ແມ່ໃຈຍັກ! ຖິ້ມລູກເກີດໃໝ່ລົງທໍ່ລະບາຍນ້ຳ ຢູ່ອົດສະຕາລີ! ເດັກລອດຕາຍປາຕິຫານ!

z-1_180

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 24 ພະຈິກຜ່ານມານີ້ວ່າ ນັກກິລາລົດຖີບຊາວອົດສະຕາລີຄົນໜຶ່ງ

ໄດ້ອອກໄປຖີບລົດກັບລູກສາວຂອງຕົນ ເມື່ອຜ່ານບໍລິເວນໃກ້ກັບທາງດ່ວນສາຍ M7 ໃນນະຄອນຊິດນີ້ ອົດສະ

ຕາລີ ເຂົາກໍໄດ້ຍິນສຽງຮ້ອງອອກມາຈາກທໍ່ລະບາຍນ້ຳ, ຕອນທຳອິດເຂົາຄິດວ່າເປັນສຽງຂອງລູກແມວ ຈິ່ງໄດ້

ຕັດສິນໃຈໂທລະສັບແຈ້ງຕຳຫລວດໃຫ້ມາຊ່ວຍເຫລືອ.  ທັງນີ້, ເມື່ອຕຳຫລວດໄດ້ເປີດເອົາຝາທໍ່ອອກ ກໍຕ້ອງ

ຕົກຕະລຶງ ເມື່ອເຫັນຮ່າງຂອງເດັກນ້ອຍເກີດໃໝ່ເພດຊາຍ ອາຍຸປະມານ 1 ອາທິດ ນອນຢູ່ກົ້ນທໍ່ລະບາຍນ້ຳທີ່

ມີຄວາມເລິກປະມານ 2.4 ແມັດ ໂດຍຕຳຫລວດໄດ້ບອກວ່າ ເດັກນ້ອຍຍັງຄົງຫາຍໃຈຢູ່ ຈິ່ງຟ້າວນຳສົ່ງໂຮງໝໍ

ໂດຍເດັກນ້ອຍຄົນດັ່ງກ່າວ ແມ່ນຂາດນ້ຳ ແລະ ອາຫານ ແຕ່ກໍບໍ່ໄດ້ຮັບບາດເຈັບທາງຮ່າງກາຍ, ຮອດປັດຈຸບັນ

ນີ້ແມ່ນອາການປົກກະຕິແລ້ວ ເຊິ່ງຖືວ່າລອດຕາຍຢ່າງປາຕິຫານ ພາຍຫລັງຖືກປະຖິ້ມຢູ່ໃນທໍ່ລະບາຍນ້ຳດັ່ງ

ກ່າວດົນເຖິງ 5 ມື້.

 

ທັງນີ້ ເດັກນ້ອຍຖືກຫໍ່ດ້ວຍຜ້າຫົ່ມຂອງໂຮງໝໍແຫ່ງໜຶ່ງ ຕຳຫລວດຈິ່ງນຳໄປສອບປະຫວັດ ໂດຍຕໍ່ມາກໍໄດ້ຖະ

ແຫລງວ່າ ພົບແມ່ໃຈຍັກຂອງເດັກຄົນດັ່ງກ່າວ ອາຍຸ 30 ປີ, ແຕ່ກໍຍັງບໍ່ໄດ້ແຈ້ງຂໍ້ຫາປະການໃດ ເນື່ອງຈາກຈະ

ຕ້ອງໄດ້ສືບສວນເພີ່ມຕື່ມວ່າ ມີຜູ້ອື່ນເປັນຄົນຊ່ວຍນຳເອົາເດັກນ້ອຍຄົນນີ້ມາຖິ້ມ ຫລື ບໍ່.

 

z-2_119

z-3_76