ແມ່ຍິງສະໄໝນີ້ມັກຜູ້ຊາຍແບບໃດຫຼາຍທີ່ສຸດ

ຊີວິດ ກັບ ຄວາມຮັກ ວັນນີ້ເຮາຈະມາເວົ້າກ່ຽວກັບ ສະເປັກຂອງສາວໆ ວ່າພວກນາງທັງຫຼາຍມັກຜູ້ຊາຍແບບໃດລາຍທີ່ສຸດ ມາຝາກໃຫ້ບັນດາຊາຍໜຸ່ມໄດ້ສຶກສາກັນ ແລ້ວມີຫຍັງແນ່ນັ້ນເຮົາມາອ່ານນຳກັນເລີຍ

  1. ມັກຜູ້ຊາຍຫຸ່ນດີ ມີກ້າມເລັກໜ້ອຍ ສ່ວນໜ້າຕາແມ່ນທຳມະດາກໍ່ໄດ້ (ບໍ່ຫລໍ່ ແລະ ບໍ່ຂີ້ຮ້າຍຫຼາຍ)

2. ເປັນຄົນມີລະດັບການສຶກສາໃນລະດັບປານກາງ-ດີ, ຖານະຄອບຄົວຢູໃນລະດັບປານກາງ-ດີ

3. ຜູ້ຊາຍທີ່ມີມາລະຍາດ ຮູ້ຈັກໃຫ້ກຽດແມ່ຍິງ ແລະ ຄົນອື່ນ

4. ດຸໝັ່ນຂະຫຍັນສຶກສາຫາຄວາມຮູ້ໃໝ່ໆ ຫຼື ວຽກເຮັດງານທຳ ບໍ່ມັກຄົນຂີ້ຄ້ານ

5. ຜູ້ຊາຍທີ່ເປັນຄົນສະອາດ ແຕ່ບໍ່ແມ່ນຜູ້ຊາຍສຳອາງ

6. ຜູ້ຊາຍເຂັ້ມແຂງສາມາດປົກປ້ອງນາງໄດ້

7. ຜູ້ຊາຍທີ່ມີອາລົມໂຣແມນຕິກ ບາງເວລາ

8. ຜູ້ຊາຍທີ່ອາລົມດີ, ໃຈດີ, ເອົາໃຈເກັ່ງ, ມີນ້ຳໃຈ, ບໍ່ໂມໂຫງ່າຍ, ເປັນຄົນທີ່ໃຊ້ເຫດຜົນຫຼາຍກວ່າກຳລັງ

9. ຜູ້ຊາຍທີ່ມີຄວາມເປັນຜູ້ນຳ, ເປັນຄົນເກັ່ງ, ຫົວຄິດວ່ອງໄວ, ກ້າຄິດ, ກ້າທຳ, ກ້າເວົ້າ

10. ຜູ້ຊາຍທີ່ຈິງໃຈ ແລະ ຮັກຄອບຄົວ

11. ຜູ້ຊາຍທີ່ບໍ່ຂີ້ຖີ່ຈົນເກີນໄປ ແລະ ບໍ່ໃຈໃຫຍ່ໃຈສະປອດຈົນເກີນໄປ ຮູ້ຈັກຫາເງິນ ຮູ້ຈັກຈ່າຍເງິນ

12. ຜູ້ຊາຍທີ່ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດ, ສິ່ງມຶນເມົາ, ການພະນັນ, ການຫຼິ້ນກິນຟຸມເຟືອຍ ຫຼາຍຈົນເກີນໄປ
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ifram