ແມ່ຄ້າຍິ້ມ ງານບຸນຊ່ວງເຮືອທ່າວັດຈັນ ສິນຄ້າໄດ້ຂາຍດີ

20141010110131

 

ງານ​ບຸນຊ່ວງເຮືອ​ທ່າ​ວັດ​ຈັນປີ​ນີ້ ​ໄດ້​ກາຍເປັນ​ອີກ​ປີ​ໜຶ່ງ​ທີ່​ແມ່ຄ້າ​ຊາວ​ຂາຍ​ຫຼາຍ​ຄົນ ​ຕ້ອງ​ຈື່​ຈຳກັບ​ຜົນ​ປະກອບ​ການ​

ຈາກ​ການຂາຍ​ໃນ​ງານ​ບຸນ​ດັ່ງກ່າວ​ ເປັນແຮງ​ຕໍ່​ຍອດ​ໃຫ້​ມີ​ກຳລັງ​ໃຈ​ກັບມາ​ຂາຍ​ອີກ​ໃນ​ປີ​ຕໍ່​ໄປ ເນື່ອງ​ຈາກມວນ​ຊົນ​ທີ່

​ເຂົ້າ​ມາ​ໃນ​ງານ​ມີ​ກຳລັງ​ຊື້​ຫຼາຍ​ຂຶ້ນ ​ພ້ອມ​ທັງ​ຈຳນວນຄົນ​ກໍ່​ເພີ່ມ​ຂຶ້ນ​ນຳ​ດ້ວຍ.

 

ທີມ​ຂ່າວ​ໄດ້​ລົງ​ຕິດຕາມ​ຮ້ານຄ້າ​ເກືອບ​ທຸກ​ປະເພດ ​ໃນ​ງານ​ບຸນຊ່ວງ​ເຮືອ​ທີ່​ຫາກໍ່​ຈົບ​ລົງ ​ເມື່ອ​ທ້າຍອາທິດ​ທີ່​ຜ່ານ​ມາ

​ທ່າມກາງ​ມວນຊົນ​ທີ່​ເຂົ້າ​ມາ​ຮ່ວມ​ໃນ​ງານ​ຈະ​ໜາແໜ້ນ​ກວ່າ​ທຸກໆ​ປີ ປາກົດ​ວ່າ: ສິນຄ້າ​ເກືອບ​ທຸກ​ປະເພດ ​ບໍ່​ວ່າ​ຈະ

ເປັນ​ອາຫານ​ການ​ກິນ​ເຂົ້າຫຼາມປິ້ງ​ໄກ່ ເຄື່ອງໃຊ້​ຄົວ​ເຮືອນ ເສື້ອຜ້າ ແລະ ເຄື່ອງ​ເອ້​ຕ່າງໆ​ໄດ້​ຂາຍດີ​ກວ່າ​ປີຜ່ານມາ

ເນື່ອງ​ຈາກ​ຜູ້ທີ່​ເດີນທາງ​ເຂົ້າ​ມາ​ຮ່ວມ​ໃນ​ງານ ຈະ​ໃຊ້​ຈ່າຍ​ຫຼາຍ​ຂຶ້ນ​ຖ້າ​ທຽບ​ກັບ​ປີຜ່ານມາ ສາເຫດ​ອາດ​ຈະ​ມາຈາກ​ສະ

ພາບ​ເສດຖະກິດ​ເລີ່ມ​ປັບຕົວ​ດີ​ຂຶ້ນ ປະຊາຊົນ​ມີ​ວຽກ​ເຮັດງານ​ທຳ ລວມ​ທັງ​ຊາວນາ​ກໍ່​ມີລາຍ​ຮັບ​ຈາກ​ການ​ເກັບ​ກ່ຽວ​

ເຂົ້ານາປີ​ແລ້ວ​ ໃນ​ບາງ​ເຂດ​ຂອງ​ນະຄອນ​ຫຼວງ ແລະ ແຂວງ​ໃກ້​ຄຽງ.

 

ຂະນະ​ທີ່​ຮ້ານ​ຂາຍ​ເສື້ອ​ຜ້າມື​ສອງ ​ເກືອບ​ເອົາ​ຕົວ​ບໍ່​ລອດ​ຈາກການ​ມາ​ວາງ​ຂາຍ​ຄັ້ງ​ນີ້ ເພາະມວນ​ຊົນ​ບໍ່​ຄ່ອຍ​ໃຫ້​ຄວາມ

​ສົນໃຈຫຼາຍ​ປານໃດ ລວມ​ທັງ​ຮ້ານ​ຂາຍເສື້ອ​ຜ້າ​ມື​ສອງ​ກໍ່​ມີລັກສະນະ​ເພີ່ມຂຶ້ນ ລູກ​ຄ້າ​ມີ​ຄວາມ​ສາມາດເລືອກ​ຊື້​ໄດ້​ຫຼາຍ

​ທາງ ແຕ່​ທັງ​ນີ້​ມື້ ສຸດ​ທ້າຍ​ຂອງ​ງານ ບັນຍາກາດຂອງ​ການ​ຂາຍ​ຈຶ່ງ​ກັບ​ມາ​ຟົດຟື້ນອີກ​ຄັ້ງ ພາຍຫຼັງ​ທີ່​ມີ​ການ​ຫຼຸດ​ລາຄາ

ລົງ ແລະ ມີ​ການ​ແຈກ​ແຖມ ຈຶ່ງ​ເຮັດ​ໃຫ້​ພໍ​ມີ​ກຳໄລ​ແດ່​ເລັກນ້ອຍ​ ພໍ່ຄ້າ​ຄົນ​ດັ່ງກ່າວ​ເວົ້າ​ວ່າ ການ​ຄ້າຂາຍ​ຕ້ອງ​ມີ​ຂຶ້ນ​ມີ

​ລົງ​ເປັນທຳ​ມະ​ດາ ແລະ ອອກ​ຈາກ​ງານບຸນຊ່ວງເຮືອ​ແລ້ວ​ຕ້ອງ​ພົບ​ກັນ​ອີກ​ຄັ້ງ​ຢູ່​ທີ່​ງານ​ບຸນ​ພຣະ​ ທາດຫຼວງ​ ປະຈຳປີ

2014 ທີ່​ຈະ​ມາ​ເຖິງ​ໃນເດືອນ​ໜ້າ​ນີ້.

 

ແຫລ່ງຂ່າວ: ວຽງຈັນໃໝ່